ຊາວເຜົ່າມົ້ງຢູ່ມົກເຈົາ ເຄີຍກ່າວໄວ້ວ່າ ຕົ້ນໝາກໝັ້ນ ແມ່ນຂອງຂວັນຈາກເທວະດາມອບໃຫ້ ຍ້ອນເໝາະກັບອາ ກາດໃນເຂດພູພຽງແຫ່ງນີ້, ບໍ່ຕ້ອງ ສິ້ນເປືອງແຮງງານໃນການບົວລະບັດຮັກສາ, ເມື່ອລະດູບານໃໝ່ມາເຖິງ ມັນຈະອອກດອກເອງ ແລະ ໃຫ້ໝາກທ່ີດົກໜາໃນລະດູຮ້ອນ.
ທ້າວ ມົ່ວ ອາ ຫຼົວ ຢູ່ຕາແສງ ຫຼອງເຊິບ, ເມືອງມົກເຈົາ ໃຫ້ຮູ້ວ່າ ປີນີ້, ຫາກໍຕົ້ນລະດູ ແຕ່ມີພໍ່ຄ້າຫຼາຍຄົນມາມົກເຈົາ ເພື່ອເກັບຊື້ໝາກໝັ້ນ ຢ່າງຄຶກຄັກ ຫຼາຍກວ່າທຸກປີ. ແຕ່ລະມື້, ພໍ່ຄ້າມາເກັບຊື້ໝາກໝັ້ນທີ່ຕາແສງຫຼອງເຊິບ ເປັນຈຳນວນຮ້ອຍກວ່າຄົນ. ພໍ່ຄ້າເຫຼົ່ານີ້ມາແຕ່ແຂວງ ຮຶງອຽນ, ບັກຢາງ, ຮ່າໂນ້ຍ…ທຽບກັບຊຸມປີຜ່ານມາ, ລາຄາໝາກໝັ້ນປີນີ້ສູງກວ່າປີກ່ອນ, ສະເລ່ຍຢູ່ລະຫວ່າງ 7.000-8.500 ດົ່ງຕໍ່ກິໂລກຣາມ. ນອກຈາກຫຼອງ ເຊິບແລ້ວ, ຕາແສງຫຼອງຫຼວງ ກໍມີໝາກໝັ້ນຫຼາຍ, ສາມາດເກັບກູ້ໄດ້ເປັນຮ້ອຍໆໂຕນຕໍ່ມື້. ທ້າວ ບຸ່ຍວັນນຳ, ພໍ່ຄ້າເກັບຊື້ໝາກໝັ້ນ ມາແຕ່ຮ່າໂນ້ຍ ໃຫ້ຮູ້ວ່າ “ໝາກໝັ້ນກຳລັງຂາຍໄດ້ດີ, ພວກຂ້າພະເຈົ້າຕ້ອງນຳລົດຂຶ້ນໄປເກັບຊື້ຄາສວນຂອງຊາວບ້ານໃຫ້ໄວ. ຂ້າພະເຈົ້າ ສົ່ງໝາກໝັ້ນເມືອຮ່າໂນ້ຍ ກວ່າ 20 ໂຕນຕໍ່ມື້ ແຕ່ກໍບໍ່ພໍຂາຍ”.
ທີ່ ຫຼອງຫຼວງ, ຄອບຄົວໜຶ່ງ ຈະມີຕົ້ນໝາກໝັ້ນຮ້ອຍກວ່າຕົ້ນ, ຕົ້ນໜຶ່ງໃຫ້ໝາກແຕ່ 75-100 ກິໂລກຮາມ. ໝາຍຄວາມວ່າ ໝາກໝັ້ນຕົ້ນໜຶ່ງໃຫ້ ລາຍຮັບແຕ່ 300-400 ແສນດົ່ງ. ສະນັ້ນສວນໝາກໝັ້ນແຫ່ງໜຶ່ງ ຈະມີລາຍຮັບປະມານ 30-40 ລ້ານດົ່ງ. ນີ້ເປັນເງິນຈຳນວນຫຼວງຫຼາຍສຳລັບ ຊາວເຜົ່າມົ້ງ ທີ່ພູພຽງມົກເຈົາ.

ຕົ້ນໝາກໝັ້ນກົກໜຶ່ງຈະໃຫ້ປະມານ 75-100 ກິໂລກຣາມ
ຕໍ່ລະດູໜຶ່ງ. ພາບ: ທົງຖ້ຽນ |

ເປ້ໝາກໝັ້ນໄປຂາຍ.
ພາບ: ວຽກເກືອງ |

ຄວາມດີໃຈຂອງຊາວເຜົ່າມົ້ງຢູ່ມົກເຈົາ ເມື່ອຕົ້ນໝາກໝັ້ນນຳຄວາມອີ່ມໜຳສຳລານມາໃຫ້ເຂດພູພຽງມົກເຈົາ. ພາບ: ວຽດເກືອງ

ໝາກໝັ້ນນຳຄວາມອີ່ມໜຳສຳລານມາໃຫ້ຊາວເຜົ່າມົ້ງທີ່ເຂດພູພຽງມົກເຈົາ. ພາບ: ທົງຖ້ຽນ

ພໍ່ຄ້າເອົາລົດບັນທຸກມາເກັບຊື້ໝາກໝັ້ນເຖິງບ້ານ. ພາບ: ວຽກເກື່ອງ |
ໃນມື້ພວກຂ້ອຍໄປຫາ, ທ້າວ ເຮົ່າອາ ແກ້ງ ຢູ່ເທສະບານນິຄົມມົກເຈົາກຳລັງໄປໃຕ້ໄປເໜືອ ເພື່ອຊອກຈ້າງຄົນງານມາເກັບກູ້ ໝາກໝັ້ນ. ລາວບອກ ວ່າ “ຄອບຄົວປູກໝາກໝັ້ນ 400 ກວ່າຕົ້ນ ແລະ ກຳລັງຢູ່ໃນລະດູເກັບກູ້, ແຕ່ໄລຍະນີ້ຄອບຄົວໃດກໍຄາເກັບໝາກໝັ້ນ, ສະນັ້ນ ຍາກທີ່ຈະຫາຄົນ ມາເກັບໃຫ້ໄດ້, ຂ້າພະເຈົ້າຕ້ອງໄປຫາພີ່ນ້ອງຢູ່ໄກມາຊ່ວຍເກັບກູ້”.
ປະຈຸບັນ, ນອກຈາກຄຸນຄ່າທາງດ້ານເສດຖະກິດຈາກການຂາຍໝາກໝັ້ນ, ຊາວບ້ານຢູ່ມົກເຈົາຍັງສາມາດເປີດນຳໃຊ້ຕົວແບບການທ່ອງທ່ຽວທຳມະ ຊາດນຳອີກ. ຂະນະນີ້ ຄະນະຄຸ້ມຄອງເຂດທ່ອງທ່ຽວມົກເຈົາ ກຳລັງສ້າງແຜນທ່ອງທ່ຽວທີ່ໜ້າຈັບໃຈ, ນັ້ນຄືພານັກທ່ອງທ່ຽວ ມາຮ່ວມກິນ, ຮ່ວມຢູ່ ແລະ ຮ່ວມເກັບໝາກໝັ້ນກັບຊາວທ້ອງຖິ່ນ. ມ່ວນກວ່າໝູ່ແມ່ນຫຼັງຈາກການເກັບໝາກໝັ້ນໃນແຕ່ລະມື້, ນັກທ່ອງທ່ຽວ ຍັງໄດ້ຮັບຄ່າແຮງງານຈາກເຈົ້າຂອງ ສວນ ຕາມຈຳນວນໝາກໝັ້ນທີ່ເກັບໄດ້ອີກດ້ວຍ.
ບົດ: ວຽດເກື່ອງ, ທົງຖ້ຽນ
|