ຄົ້ນພົບ

ລະດູເກັບກ່ຽວ ຢູ່ ໝູ່ບ້ານທ່ອງທ່ຽວ ດີທີ່ສຸດໃນໂລກ

ທຸກໆ ຄັ້ງທີ່ລະດູໃບໄມ້ຫຼົ່ນວຽນມາເຖິງ, ຮ່ອມພູ ກວິ່ງເຊີນ, ແຂວງ ລ້າງເຊີນ ໄດ້ປ່ຽນເປັນສີເຫຼືອງອ່າມ ຂອງ ລະດູເຂົ້າສຸກ, ປະດັບປະດາໃຫ້ແກ່ຄວາມງາມ ທ່ີສະຫງົບງຽບຂອງໝູ່ບ້ານ ຊົນເຜົ່າ ໄຕ່ ທີ່ໄດ້ຮັບການຍົກຍ້ອງຈາກ ອົງການທ່ອງທ່ຽວ ສະ ຫະປະຊາຊາດ (UN Tourism) ໃຫ້ເປັນໜຶ່ງໃນບັນດາໝູ່ບ້ານ ທ່ອງທ່ຽວ ດີທີ່ສຸດໃນໂລກ.

ທຸກໆ ຄັ້ງທີ່ລະດູໃບໄມ້ຫຼົ່ນວຽນມາເຖິງ, ຮ່ອມພູ ກວິ່ງເຊີນ, ແຂວງ ລ້າງເຊີນ ໄດ້ປ່ຽນເປັນສີເຫຼືອງອ່າມ ຂອງ ລະດູເຂົ້າສຸກ, ປະດັບປະດາໃຫ້ແກ່ຄວາມງາມ ທ່ີສະຫງົບງຽບຂອງໝູ່ບ້ານ ຊົນເຜົ່າ ໄຕ່ ທີ່ໄດ້ຮັບການຍົກຍ້ອງຈາກ ອົງການທ່ອງທ່ຽວ ສະ ຫະປະຊາຊາດ (UN Tourism) ໃຫ້ເປັນໜຶ່ງໃນບັນດາໝູ່ບ້ານ ທ່ອງທ່ຽວ ດີທີ່ສຸດໃນໂລກ.

ພາບມຸມກວ້າງ ຂອງ ຮ່ອມພູ ບັກເຊີນ ເບິ່ງຈາກມຸມສູງ. ພາບ: ກົງດາດ/VNP
ບັນດາຫຼັງຄາເຮືອນຮ້ານ ມຸງດ້ວຍກະເບື້ອງຢິນຢາງ (ກະເບື້ອງບົ້ງ-ກະເບື້ອງຄ້ຳ) ຫັນໜ້າອອກສູ່ທົ່ງນາ ແລະ ບັນດາສາຍພູທີ່ອ້ອມຮອບຮ່ອມພູ. 

 

ຕັ້ງຢູ່ ກາງເຂດພູດອຍ ທາງທິດຕາເວັນອອກສ່ຽງເໜືອ ຫວຽດ ນາມ, ກວິ່ງເຊີນ ມີເຮືອນຮ້ານໄມ້ປະເພນີ ຫຼາຍກວ່າ 400 ຫຼັງ ຖືກຕັ້ງຂຶ້ນລຽນຕິດຕໍ່ກັນ ຢູ່ລະຫວ່າງ ຮ່ອມພູ, ອ້ອມຮອບດ້ວຍ ບັນດາທົ່ງນາ ແລະ ສາຍຫ້ວຍນ້ຳໃສ. ໃນລະດູເກັບກ່ຽວ, ທັດ ສະນີຍະພາບ ຢູ່ທີ່ນີ້ ຍິ່ງມີຊີວິດຊີວາ ເມື່ອຈັງຫວະ ການອອກ ແຮງງານ ປະຈຳວັນ ປະສານກັບການ ສໍາຜັັດ ກັບວັດທະນະ ທຳ ທ້ອງຖິ່ນ ສຳລັບນັກທ່ອງທ່ຽວ.

 

ບັນດາຫຼັງຄາເຮືອນຮ້ານ ພ້ອມດ້ວຍກະເບື້ອງຢິນຢາງ ທີ່ເປັນເອກະລັກຂອງປະຊາຊົນເຜົ່າໄຕ່ ຢູ່ໝູ່ບ້ານ ກວິ່ງເຊີນ. 
ປະຕູໂຂງ ຖະໜົນຄົນຍ່າງ ກວິ່ງເຊີນ. 

 

ລະດູເຂົ້າສຸກ ຈະເລີ່ມແຕ່ເດືອນ ຕຸລາ ຫາ ເດືອນ ພະຈິກ, ນີ້ ແມ່ນໂອກາດຈັດງານບຸນ ລະດູເກັບກ່ຽວ ບັກເຊີນ. ຕັ້ງແຕ່ເຊົ້າ ຕູ່, ເມື່ອໝອກຍັງປົກຄຸມຢູ່ຕາມບັນດາສາຍພູ ຫີນປູນ, ປະຊາ ຊົນ ໄດ້ອອກໄປທົ່ງນາ ເພື່ອເກັບກ່ຽວເຂົ້າ ດ້ວຍເຄື່ອງມື ຫັດ ຖະກຳປະເພນີ. ນັກທ່ອງທ່ຽວ ສາມາດຮ່ວມກັບ ປະຊາຊົນ ກ່ຽວເຂົ້າ, ຟາດເຂົ້າດ້ວຍຕີນຢູ່ກາງເດີ່ນເຮືອນຮ້ານ, ແລ້ວ ຕາກເຂົ້າ ດ້ວຍກະດົ້ງໄມ້ໄຜ່. ຜ່ານແຕ່ລະຂັ້ນຕອນ, ນັກທ່ອງ ທ່ຽວ ຍັງມີໂອກາດ ຊອກຮູ້ ຢ່າງເລິກເຊິ່ງ ກ່ຽວກັບຊີວິດການ ເປັນຢູ່ ກະສິກຳ ຂອງ ຊົນເຜົ່າ ໄຕ່.

 

 

ເມື່ອແສງແດດຍາມແລງ ສາດສ່ອງຮ່ອມພູເປັນສີເຫຼືອງອ່າມ, ປະຊາຊົນ ກັບຄືນຈາກທົ່ງນາ, ພ້ອມກັບບັນດາມັດເຂົ້າ ທີ່ຫາ ກໍກ່ຽວມາໃໝ່. ຄວັນຈາງໆ ທ່ີລອຍຂຶ້ນເທິງຫຼັງຄາເຮືອນ, ກິ່ນ ຫອມ ເຂົ້າສຸກ ປະສານກັບຈັງຫວະຊີວິດ ທ່ີສະຫງົບສຸກ ສ້າງ ເປັນຄວາມງາມອັນລຽບງ່າຍ ຂອງ ກວິ່ງເຊີນ.

ນັກທ່ອງທ່ຽວ ຖ່າຍຮູບຢູ່ຂ້າງທົ່ງນາເຂົ້າສຸກ, ທາງໄກແມ່ນບັນດາເຮືອນຮ້ານ ຫຼັງຄາກະເບື້ອງຢິນຢາງ. 

 

ສິ່ງທີ່ສ້າງເປັນເອກະລັກສະເພາະຂອງ ກວິ່ງເຊີນ ແມ່ນຄວາມ ໃກ້ຊິດ, ຈິງໃຈ ທີ່ປະຊາຊົນ ຕ້ອນຮັບແຂກ. ນັກທ່ອງທ່ຽວ ໄດ້ ຮັບເຊີນ ໃຫ້ຮ່ວມເຮັດນາ, ຮັບປະທານອາຫານ ຢູ່ກາງຊານ ເຮືອນຮ້ານ, ເພີດເພີນດື່ມເຫຼົ້າສາລີ ແລະ ໂອ້ລົມກັນ ກ່ຽວກັບ ລະດູເກັບກ່ຽວ. ແທນທີ່ພຽງແຕ່ສັງເກດຊີວິດການເປັນຢູ່ ຂອງ ຊາວທ້ອງຖິ່ນ, ພວກເຂົາສາມາດເຂົ້າຮ່ວມໂດຍກົງ ໃນບັນດາ ກິດຈະກຳປະຈຳວັນ ຂອງ ຊຸມຊົນ.

 

ມຸມໜຶ່ງຂອງເຮືອນຮ້ານ ແລະ ເດີ່ນເຮືອນ ເບິ່ງຈາກມຸມສູງ, ທາງໄກແມ່ນບັນດາສາຍພູ ທີ່ອ້ອມຮອບໝູ່ບ້ານ. 
ບັນດາແຜ່ນກະເບື້ອງຢິນຢາງ ໄດ້ຖືກນຳໃຊ້ ເພື່ອປະດັບປະດາບັນດາມຸມ ເຊັກອິນ ນັກທ່ອງທ່ຽວ ຢູ່ໝູ່ບ້ານ ກວິ່ງເຊີນ. 

ລະດູເກັບກ່ຽວ ຍັງເປີດຫຼາຍກິດຈະກຳ ສຳຜັດກັບ ວັດທະນະ ທຳທ້ອງຖິ່ນ. ນັກທ່ອງທ່ຽວ ສາມາດລອງເຮັດດິນຂໍ ຕາມແບບ ມູນເຊື້ອຂອງໝູ່ບ້ານ, ຮຽນຫໍ່ເຂົ້າຕົ້ມດຳ ຂອງຊົນເຜົ່າ ໄຕ່ ຫຼື ເຂົ້າຮ່ວມການແຂ່ງຂັນກ່ຽວເຂົ້າ, ຟາດເຂົ້າ ແລະ ຫໍ່ເຂົ້າ ຕົ້ມ ພາຍໃນງານບຸນ. ເມື່ອຍາມຄ່ຳຄືນມາເຖິງ, ບັນດາ ທຳນອງ ຂັບ ແຖນ ພ້ອມກັບສຽງພິນ ຕິ໋ງ ດັງຂຶ້ນຢູ່ ຂ້າງກອງໄຟ, ນຳນັກ ທ່ອງທ່ຽວ ເຂົ້າໃກ້ຊິດກວ່າກັບມໍລະດົກ ວັດທະນະທຳ ອັນພິ ເສດ ຂອງດິນແດນແຫ່ງນີ້.

ບັນດານາຍຊ່າງ ສະແດງດີດພິນ ຕິ໋ງ ຢູ່ໃນລາຍການພົບປະແລກປ່ຽນວັດທະນະທຳ-ສິລະປະ ຮັບໃຊ້ແຂກທ່ອງທ່ຽວ. 
ບັນດາຍິງສາວເຜົ່າໄຕ່ ສະແດງຟ້ອນມູນເຊື້ອ ຢູ່ໃນຄ່ຳຄືນພົບປະແລກປ່ຽນ. 
 
ຫຼາຍບົດຟ້ອນ ແລະ ບົດເພງມູນເຊື້ອ ຂອງຊົນເຜົ່າໄຕ່ ໄດ້ຖືກນຳມາສະແດງ ຮັບໃຊ້ແຂກທ່ອງທ່ຽວ. 

 ຢູ່ທີ່ນີ້, ການທ່ອງທ່ຽວ ຜູກພັນກັບການປົກປັກຮັກສາ ບັນດາ ຄຸນຄ່າ ທີ່ມີຢູ່ແລ້ວຂອງຊຸມຊົນ. ແຕ່ລະຫຼັງຄາເຮືອນຮ້ານ, ທຳ ນອງຂັບ ແຖນ ແລະ ທົ່ງນາສີເຫຼືອງອ່າມ ແຕ່ລະແຫ່ງ ລ້ວນແຕ່ ປະກອບສ່ວນ ສ້າງເປັນພະລັງຈູງໃຈ ຂອງໝູ່ບ້ານ. ດັ່ງນັ້ນລະ ດູ ເຂົ້າສຸກເຫຼືອງ ບໍ່ພຽງແຕ່ແມ່ນລະດູເກັບກ່ຽວເຂົ້າເທົ່ານັ້ນ, ແຕ່ ຍັງແມ່ນໂອກາດ ເພື່ອໃຫ້ ກວິ່ງເຊີນ ແນະນຳກັບເພື່ອນ ມິດສາກົນ ກ່ຽວກັບປະເທດ ຫວຽດນາມ ທີ່ອຸດົມສົມບູນດ້ວຍ ສີສັນ, ບ່ອນທີ່ທຳມະຊາດ, ວັດທະນະທຳ ແລະ ຊີວິດການ ເປັນ ຢູ່ຊຸມຊົນ ຮ່ວມກັນສ້າງເປັນກຳລັງຊີວິດ ຍືນຍົງ ໃຫ້ແກ່ ການທ່ອງທ່ຽວ.

ຖາດອາຫານ ພ້ອມດ້ວຍບັນດາອາຫານມູນເຊື້ອ ຂອງປະຊາຊົນເຜົ່າໄຕ່ ໄດ້ຮັບໃຊ້ແຂກທ່ອງທ່ຽວ.
ນັກທ່ອງທ່ຽວ ເຂົ້າຮ່ວມຄ່ຳຄືນກອງໄຟ ຢູ່ໝູ່ບ້ານ ກວິ່ງເຊີນ.
ບັນດາສາວເຜົ່າໄຕ່ ໃນ ທີມງານສິລະປະແລກປ່ຽນ ເຕັ້ນສາກ ພ້ອມກັບນັກທ່ອງທ່ຽວ. 
  • ບົດ: ກົງດາດ - ພາບ: ກົງດາດ, ທົງທ້ຽນ/VNP

top