ລະດູທະເລເມກ ຍັງແມ່ນລະດູທີ່ດຶງດູດນັກທ່ອງທ່ຽວ ໃຫ້ມາຊື່ນຊົມ ຄວາມງາມອັນແສນໂລແມນຕິກ ແຕ່ກໍມີຄວາມສະຫງ່າງາມຂອງເສັ້ນທາງກິ່ວ ທີ່ອັນຕະລາຍທີ່ສຸດ ຫວຽດນາມ.
ຊາວເຜົ່າ ມົ້ງ ແລະ ຊາວເຜົ່າ ນຸ່ງ ທີ່ດຳລົງຊີວິດຢູ່ອ້ອມຈອມກິ່ວ ໝ໊າປີ໋ແຫຼ່ງ (ແຂວງ ຕວຽນກວາງ) ຕ່າງກໍລໍຄອຍ ລະດູ ທະເລເມກມາເຖິງ. ລະດູໝອກຢູ່ແຫ່ງນີ້ ເລີ່ມຕົ້ນ ແຕ່ຫຼັງ ບຸນເຕັດ ປະຈຳຊາດ ໄປຈົນເຖິງເດືອນມິຖຸນາຂອງທຸກໆ ປີ. ເພາະວ່າໃນລະດູນີ້, ເມກທີ່ລ່ອງລອຍ ໄດ້ນຳເອົາ ຄວາມຊຸ່ມຊື່ນມາໃຫ້, ເຮັດໃຫ້ຊາວເຜົ່າ ມົ້ງເລີ່ມຈຸດໄຮ່ ແລະ ເຂົ້າສູ່ລະດູການຫວ່ານແກ່ນພືດໃໝ່ ເພື່ອໃຫ້ຕົ້ນສາລີ ແລະ ຕົ້ນມັນຕົ້ນ ຢູ່ຕາມຊ່ອງຫີນແຫຼມນ້ອນ ມີຄວາມຊຸ່ມພໍທີ່ ຈະແຕກໜໍ່ອອກໃບ. ນອກຈາກນັ້ນ, ລະດູທະເລເມກ ຍັງແມ່ນລະດູທີ່ດຶງດູດນັກທ່ອງທ່ຽວ ໃຫ້ມາຊື່ນຊົມ ຄວາມງາມອັນແສນໂລແມນຕິກ ແຕ່ກໍມີຄວາມສະຫງ່າງາມຂອງເສັ້ນທາງກິ່ວ ທີ່ອັນຕະລາຍທີ່ສຸດ ຫວຽດນາມ.
ເມກຍາມເຊົ້າ ຢູ່ບ້ານນ້ອຍແຫ່ງໜຶ່ງ ຂ້າງກິ່ວ ໝ໊າປີ໋ແຫຼ່ງ. ພາບ: ທົງທ້ຽນ/VNP
ເມກເລື່ອນລອຍເຂດຕາແສງ ປາວີ ຢູ່ເຄິ່ງກາງ ກິ່ວ ໝ໊າປີ໋ແຫຼ່ງ. ພາບ: ທົງທ້ຽນ/VNP