ຂ່າວສານ ຢູແກຼນ ຖະແຫຼງພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ ບໍ່ວ່າໃນຮູບແບບໃດ 18/07/2025 ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດເພື່ອບັນລຸໄດ້ຄຳສັ່ງຢຸດຍິງ. ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha (ພາບ: REUTERS/Kuba Stezycki)ກ່າວຄຳເຫັນໃນການຢ້ຽມຢາມ Lublin, ໂປໂລຍ ໃນວັນທີ 16 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ໄດ້ຖະແຫຼງວ່າ Kiev ພ້ອມແລ້ວທີ່ຈະດຳເນີນບັນດາການເຈລະຈາສັນຕິພາບ ກັບມົດສະກູຕື່ມອີກ. ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດເພື່ອບັນລຸໄດ້ຄຳສັ່ງຢຸດຍິງ. ທ່ານຢັ້ງຢືນວ່າ ຢູແກຼນ ມີຄວາມພ້ອມໃຫ້ແກ່ບັນດາການເຈລະຈາດັ່ງກ່າວ ໃນບໍ່ວ່າຮູບແບບໃດ, ບໍ່ວ່າສະຖານທີ່ໃດ. ປັດຈຸບັນ ລັດເຊຍຍັງບໍ່ມີປະຕິກິລິຍາທາງການໃດຕໍ່ຖະແຫຼງການຫຼ້າສຸດຂອງທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ແຕ່ວ່າ ໃນການກ່າວຄຳເຫັນໃນວັນທີ 15 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ເນັ້ນໜັກວ່າ ລັດເຊຍ ສະໜັບສະໜູນມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ພ້ອມແລ້ວທີ່ຈະເຈລະຈາ, ແຕ່ດ້ວຍເງື່ອນໄຂລັດເຊຍຕ້ອງບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ.

ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດເພື່ອບັນລຸໄດ້ຄຳສັ່ງຢຸດຍິງ. ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha (ພາບ: REUTERS/Kuba Stezycki)ກ່າວຄຳເຫັນໃນການຢ້ຽມຢາມ Lublin, ໂປໂລຍ ໃນວັນທີ 16 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ໄດ້ຖະແຫຼງວ່າ Kiev ພ້ອມແລ້ວທີ່ຈະດຳເນີນບັນດາການເຈລະຈາສັນຕິພາບ ກັບມົດສະກູຕື່ມອີກ. ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດເພື່ອບັນລຸໄດ້ຄຳສັ່ງຢຸດຍິງ. ທ່ານຢັ້ງຢືນວ່າ ຢູແກຼນ ມີຄວາມພ້ອມໃຫ້ແກ່ບັນດາການເຈລະຈາດັ່ງກ່າວ ໃນບໍ່ວ່າຮູບແບບໃດ, ບໍ່ວ່າສະຖານທີ່ໃດ. ປັດຈຸບັນ ລັດເຊຍຍັງບໍ່ມີປະຕິກິລິຍາທາງການໃດຕໍ່ຖະແຫຼງການຫຼ້າສຸດຂອງທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ແຕ່ວ່າ ໃນການກ່າວຄຳເຫັນໃນວັນທີ 15 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ເນັ້ນໜັກວ່າ ລັດເຊຍ ສະໜັບສະໜູນມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ພ້ອມແລ້ວທີ່ຈະເຈລະຈາ, ແຕ່ດ້ວຍເງື່ອນໄຂລັດເຊຍຕ້ອງບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ.