ຂ່າວສານ

ຢູ​ແກຼນ ຢັ້ງ​ຢືນ​ແຜນ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ກັບ ອາ​ເມ​ລິ​ກາ ແລະ ລັດ​ເຊຍ​ຢູ່ UAE

ກໍ​ໃນ​ວັນ​ທີ 23 ຕຸ​ລາ, ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ແຈ້ງວ່າ ການ​ເຈ​ລະ​ຈາ​ສາມ​ຝ່າຍ​ລະ​ຫວ່າງ ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈະ​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່ Abu Dhabi ໃນ​ຕົ້ນ​ເດືອນ ພະ​ຈິກ.
  ທ່ານ​ Volodymyr Zelensky ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ (ພາບ: Kyodo/VNA)  

ວັນ​ທີ 23 ຕຸ​ລາ, ທ່ານ​ Volodymyr Zelensky ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ໄດ້​ຢັ້ງ​ຢືນ​ວ່າ​ບັນ​ດາ​ນັກ​ເຈ​ລະ​ຈາ​ສັນ​ຕິ​ພາບ​ມາ​ຈາກ ຢູ​ແກຼນ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ດ້ານ​ເຕັກ​ນິກ​ໃນ​ຕົ້ນ​ເດືອນ​ພະ​ຈິກ ຢູ່ Abu Dhabi (ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເລດ - UAE), ພ້ອມ​ທັງ​ສະ​ແດງ​ຄວາມ​ຫ​ວັງ​ວ່າ​ ຫຼັງ​ຈາກ​ນັ້ນ ຈະ​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ສອງ​ທ່ານ ແມ່ນ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ແລະ ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ.

ກໍ​ໃນ​ວັນ​ທີ 23 ຕຸ​ລາ, ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ແຈ້ງວ່າ ການ​ເຈ​ລະ​ຈາ​ສາມ​ຝ່າຍ​ລະ​ຫວ່າງ ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈະ​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່ Abu Dhabi ໃນ​ຕົ້ນ​ເດືອນ ພະ​ຈິກ. ຕາມ​ທ່ານ, ການ​ເຈ​ລະ​ຈາ​ຈະ​ສຸມໃສ່​ເຂົ້າ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ທັງ​ລັດ​ເຊຍ ແລະ ຢູ​ແກຼນ. ຜູ້​ຕາງ​ໜ້າ ວັງ Kremlin ຢັ້ງ​ຢືນ​ວ່າ ມາດ​ຕະ​ການ​ຢ່າງ​ຮອບ​ດ້ານ ໃຫ້​ແກ່​ວິ​ກິດ​ການ ຢູ​ແກຼນ ຈະ​ບໍ່​ສາ​ມາດ​ບັນ​ລຸ​ໄດ້​ ຖ້າ​ບໍ່​ມີການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຂອງ​ທັງ​ລັດ​ເຊຍ ແລະ ຢູ​ແກຼນ.


top