ຂ່າວສານ

ຢຸດ​ຕິ​ຊົ່ວ​ຄາວການ​ເຂົ້າ​ເມືອງ​ຫວຽດ​ນາມສຳ​ລັບ ​ຊາວ​ຕ່າງ​ປະ​ເທດທຸກ​ຄົນ

ກະຊວງການຕ່າງປະເທດໄດ້ແຈ້ງຂໍ້ຕົກລົງນີ້ໄປຍັງບັນດາອົງການທຸຕານຸທູດ, ກົງສູນແລະອົງການຕາງໜ້າຂອງບັນດາອົງການຈັດຕັ້ງສາກົນປະຈຳຫວຽດນາມແລະບັນດາອົງການທຸຕານຸທູດຂອງຫວຽດນາມຢູ່ຕ່າງປະເທດເພື່ອແນໃສ່ຮັບປະກັນໃຫ້ພົນລະເມືອງຂອງປະເທດຕ່າງໆປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມຢ່າງເຂັ້ມງວດ.

ພາບປະກອບ: TTXVN

ວັນທີ 21 ມີນາ 2020, ກະຊວງການຕ່າງປະເທດໄດ້ປະກາດວ່າໃນສະພາບການໂລກລະບາດ Covid – 19 ສືບຕໍ່ມີການຜັນແປຢ່າງສັບສົນໃນທົ່ວໂລກ, ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນ ແລະຄວບຄຸມການແຜ່ລາມຂອງໂລກລະບາດຢ່າງມີປະສິດທິຜົນ, ລັດຖະບານຫວຽດນາມໄດ້ຕົກລົງຢຸດຕິດຊົ່ວຄາວການເຂົ້າເມືອງຫວຽດນາມສຳລັບຊາວຕ່າງປະເທດທັງໝົດ, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການແລະບັນດາກໍລະນີພິເສດ, ຢຸດຕິຊົ່ວຄາວຜົນສັກສິດຂອງການຍົກເວັ້ນວີຊາທີ່ອອກໃຫ້ຊາວຫວຽດນາມແລະຍາດຕິພີ່ນ້ອງ.

        ບັນດາມາດຕະການດັ່ງກ່າວໄດ້ນຳໃຊ້ເລີ່ມແຕ່ເວລາ 00ໂມງ00 ນາທີຂອງວັນທີ 22 ມີນາປີ 2020. ຜູ້ເຂົ້າເມືອງຫວຽດນາມຕ້ອງປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນການກວດສຸຂະພາບແລະປະຕິບັດການແຍກຕົວຢູ່ບ່ອນທີ່ກຳນົດໄວ້, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການແລະບັນດາກໍລະນີພິເສດທີ່ໄດ້ປະຕິບັດການແຍກຕົວຢ່າງເໝາະສົມຢູ່ຮາກຖານ  ພັກເຊົາຕາມຂໍ້ກຳນົດ.

 (ແຫຼ່ງຄັດຈາກ VOV)


top