ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງເປົ້າໝາຍລວມໃນໄລຍະຈະມາເຖິງ ຍັງແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບກະຊວງ, ຂະແໜງການຈຳນວນໜຶ່ງ ເພື່ອສືບຕໍ່ຫັນມະຕິກອງປະຊຸມປະຈຳເດືອນ ສິງຫາ 2025 ຂອງລັດຖະບານ ກ່ຽວກັບວຽກງານຊີ້ນຳ, ບໍລິຫານເສດຖະກິດໃຫ້ເປັນລະອຽດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງເປົ້າໝາຍລວມໃນໄລຍະຈະມາເຖິງ ຍັງແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຊຸກຍູ້ລະດັບເຕີບໂຕແຕ່ 8,3 – 8,5% ໃນປີ 2025, ຮັບປະກັບບັນດາຄວາມດຸ່ນດ່ຽງໃຫຍ່, ມີສະຖຽນລະພາບເພື່ອພັດທະນາ, ພັດທະນາເພື່ອມີສະຖຽນລະພາບ, ພັດທະນາໄວແຕ່ຕ້ອງຍືນຍົງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ທ່ານນັ້ນໜັກວ່າ ຕ້ອງກຳນົດແຈ້ງຈຸດໜັກ, ຈຸດສຸມ, ບຸລິມະສິດ, ມີແຜນການໃຫ້ເໝາະສົມ, ແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການໃນລະບົບການເມືອງ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ.