ເພື່ອແນໃສ່ສ້າງໂຄງປະກອບຂອງໜ່ວຍງານເຄື່ອນໄຫວເຮືອຫາປາ, ຕິດພັນກັບການສ້າງວິທີຫາເງິນລ້ຽງຊີບເປັນປົກກະຕິ ແລະ ພັດທະນາຂະແໜງສິນໃນນ້ຳຕາມທິດຍືນຍົງ, ແຂວງ ຢາລາຍ ໄດ້ສະຫງວນງົບປະມານກວ່າ 212 ຕື້ດົ່ງ (ກວ່າ 8 ລ້ານ USD) ເພື່ອໃຫ້ 16 ຕາແສງແຄມທະເລຜັນຂະຫຍາຍນະໂຍບາຍໜູນຊ່ວຍຊາວປະສົງທີ່ບໍ່ມີເງື່ອນໄຂເຄື່ອນໄຫວຢ່າງພຽງພໍ, ພ້ອມທັງໜູນຊ່ວຍຊາວປະມົງຫັນປ່ຽນອາຊີບ.
ບັນດາເຮືອຫາປາຢູ່ ໂຮ້ຍເຕີນ, ຕາແສງ ກຸຍເຍີນຕາເວັນອອກ, ແຂວງ ຢາລາຍ (ພາບ: VOV)
ປັດຈຸບັນ, ໃນທົ່ວແຂວງ ຢາລາຍ ມີເຮືອຫາປາທີ່ມີຄວາມຍາວ 6 ແມັດຂຶ້ນໄປທັງໝົດ 424 ລຳ ແມ່ນບໍ່ມີເງື່ອນໄຂຢ່າງຄົບຖ້ວນ ຫຼື ບໍ່ມີຄວາມຕ້ອງການອອກໄປຈັບຫາປາຢູ່ນອກຝັ່ງ, ຈະໄດ້ຊົມໃຊ້ນະໂຍບາຍລົບລ້າງເຮືອຫາປາຕາມນະໂຍບາຍໜູນຊ່ວຍຂອງສະພາປະຊາຊົນແຂວງ. ທ້າວ ຫງວຽນຫືວດາດ ຊາວປະມົງຢູ່ຕາແສງ ກຸຍເຍິນຕາເວັນອອກ ແມ່ນໜຶ່ງໃນບັນດາຊາວປະມົງທີ່ໄດ້ຮັບການໜູນຊ່ວຍຈາກນະໂຍບາຍນີ້ໃຫ້ຮູ້ວ່າ ລາວພວມປະກອບເອກະສານເພື່ອລົບລ້າງ ແລະ ຫັນປ່ຽນອາຊີບຕາມນະໂຍບາຍຂອງແຂວງ ຢາລາຍ.
“ເຮືອຂອງຂ້າພະເຈົ້າບໍ່ໄດ້ເຄື່ອນໄຫວມາເປັນເວລາ 2 ປີແລ້ວ, ການໄປຈັບຫາປາກໍນັບມື້ນັບຍາກກວ່າ, ບໍ່ສາມາດຮັບປະກັນແຫຼ່ງລາຍຮັບໃຫ້ແກ່ຄອບຄົວໄດ້. ດຽວນີ້, ລັດໃຫ້ການໜູນຊ່ວຍ, ຂ້າພະເຈົ້າດີໃຈຫຼາຍ. ຈຳນວນເງິນທີ່ໄດ້ຮັບການໜູນຊ່ວຍນັ້ນ ກໍພໍມີທຶນເພື່ອດຳເນີນການຄ້າຂາຍຂະໜາດນ້ອຍ. ຖ້າລັດໃຫ້ການຊ່ວຍເຫຼືອຮຽນວິຊາຊີບນັ້ນ, ຂ້າພະເຈົ້າຈະຮຽນຂັບລົດ, ເພື່ອໃຫ້ເສດຖະກິດຄອບຄົວມີຄວາມເປັນປົກກະຕິກວ່າເກົ່າ”.
ແຜນນະໂຍບາຍໜູນຊ່ວຍຊາວປະມົງການລົບລ້າງເຮືອ ຕິດພັນກັບການຫັນປ່ຽນອາຊີບ ພວມໄດ້ຮັບຄວາມເຫັນດີເຫັນພ້ອມຈາກຊາວປະມົງແຂວງ ຢາລາຍ.