ຫວ່າງມໍ່ໆ ມານີ້, ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດຕັ້ງງານວາງສະແດງ ວັດຖຸບູຮານ ແລະ ເອກະສານກວ່າ 200 ຊຸດ ກ່ຽວກັບ ຢາງ ຫວໍເຈື່ອງ ໃນຫົວຂໍ້: “ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຊົມໂຮງຮຽນມວຍແຫ່ງທຳອິດຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍຊຸດສະສົມ ສົມບັດ ແຫ່ງຊາດ ແລະ ອາວຸດ ສະໄໝ ລາຊະວົງ ເລ.
ຫວ່າງມໍ່ໆ ມານີ້, ຫໍພິພິທະພັນ ຮ່າໂນ້ຍ ໄດ້ຈັດຕັ້ງງານວາງສະແດງ ວັດຖຸບູຮານ ແລະ ເອກະສານກວ່າ 200 ຊຸດ ກ່ຽວກັບ ຢາງ ຫວໍເຈື່ອງ ໃນຫົວຂໍ້: “ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້ແມ່ນໂອກາດເພື່ອໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຊົມໂຮງຮຽນມວຍແຫ່ງທຳອິດຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍຊຸດສະສົມ ສົມບັດ ແຫ່ງຊາດ ແລະ ອາວຸດ ສະໄໝ ລາຊະວົງ ເລ.
ຢາງຫວໍເຈື່ອງ ເປັນທ່ີຮູ້ຈັກວ່າ ເປັນສະຖານທີ່ ສໍາຄັນ ໃນຍຸກ ທັງ ລອງ ສະໄໝກ່ອນ. ນີ້ແມ່ນເຂດຝຶກຊ້ອມມວຍ, ສອນເຕັກນິກການທະຫານ ແລະ ຊ້ອມການສະແດງ ທາງທະຫານຊັ້ນສູງ ສະ ໄໝສັກດິນາ. ປະຫວັດສາດ ອັນຄົບຖ້ວນຂອງ ດ້າຍຫວຽດ ຍັງໄດ້ບັນທຶກເຫດການ ດັ່ງນີ້: ປີ 1010, ລາຊະວົງ ຫຼີ ໄດ້ສ້າງຕັ້ງວັງ ຢາງຫວໍ; ປີ 1070, ຊາດິ່ງ (ເຂດຝຶກຊ້ອມການຍິງທະນູ) ໄດ້ຮັບການສ້າງຕັ້ງຂຶ້ນ. ເດືອນ ສິງຫາ ປີ 1253, ເຈົ້າຊີວິດ ເຈິ່ນຖາຍ ຕົງ ໄດ້ສ້າງ ຢາງຫວໍເຈື່ອງ ເປັນບ່ອນຮຽນ ຂອງບັນດານາຍທະ ຫານ. ແຕ່ຕົ້ນສະໄໝ ລາຊະວົງ ເລ, ຂົງເຂດ ທິດຕາເວັນຕົກ ທັງລອງ (ລວມທັງເຂດ ຢາງຫວໍ, ກິມໝາ໊ ແລະ ຫງອກແຄ໋ງ ໃນປັດ ຈຸບັນ) ໄດ້ກາຍເປັນສູນຝຶກຊ້ອມ, ທົດລອງ ແລະ ຊ້ອມການ ສະ ແດງທາງ ທະຫານທີ່ສຳຄັນ. ເຂດຮ່ອງຮອຍ ຢາງຫວໍ ທາງທິດຕາເວັນຕົກ ຂອງ ທັງລອງ ແມ່ນເຂດຮ່ອງຮອຍກ່ຽວກັບໂຮງຮຽນ ມວຍ ແຫ່ງຊາດ ໃນສະໄໝ ລາຊະວົງ ເລ ທີ່ແກ່ຍາວກວ່າ 3 ສະ ຕະວັດ (ແຕ່ສະຕະວັດທີ XV ຫາ ສະຕະວັດທີ XVIII).
ນັບແຕ່ຊຸມປີ 1960 ເປັນຕົ້ນມາ, ການຄົ້ນຄວ້າເຂດ ຮ່ອງຮອຍ ໂຮງຮຽນມວຍ ຢາງຫວໍ ໄດ້ຮັບຄວາມສົນໃຈຈາກນັກຄົ້ນຄວ້າປະຫວັດສາດ ແລະ ບູຮານຄະດີ ຫຼາຍຄົນ. ໂດຍເລີ່ມຈາກການ ຄົ້ນພົບ ວັດຖຸບູຮານ ອາວຸດ ຢູ່ໂຮງຮຽນ ຄົມມະນາຄົມ ຊັ້ນກາງ ເກົ່າໄຢ (ປັດຈຸບັນ ແມ່ນມະຫາວິທະຍາໄລຄົມມະນາຄົມຂົນ ສົ່ງ) ແລະ ພິເສດແມ່ນການຄົ້ນພົບວັດຖຸບູຮານຢູ່ໜອງ ຫງອກ ແຄ໋ງ (ເມືອງ ບາດິ່ງ - ຮ່າໂນ້ຍ) ໃນປີ 1983 ດ້ວຍຊຸດສະສົມ ອາວຸດ ເຮັດດ້ວຍໂລຫະ ທີ່ອຸດົມສົມບູນ ທີ່ສຸດຂອງ ສະໄໝລະ ຫວ່າງກາງບູຮານ, ອະນຸຍາດໃຫ້ເຂດນີ້ ໄດ້ກຳນົດວ່າ ແມ່ນໂຮງຮຽນມວຍ ຢາງຫວໍ ສະໄໝລາຊະວົງ ເລ.
ນັກທ່ອງທ່ຽວໄປຢ້ຽມຢາມເອກະສານທີ່ມີຄ່າກ່ຽວກັບ ຢາງຫວໍເຈື່ອງ.
ພິເສດ, ມາຍັງງານວາງສະແດງ ຄັ້ງນີ້, ນັກທ່ອງທ່ຽວ ຈະໄດ້ຊົມ ສົມບັດ ແຫ່ງຊາດ, ນັ້ນຄື ຊຸດສະສົມ ອາວຸດ ສະໄໝລາຊະວົງ ເລ ລວມມີ ອາວຸດ 111 ປະເພດ ແບ່ງເປັນ13 ກຸ່ມ ທີ່ມີຂະໜາດ ແຕກຕ່າງກັນ, ໄດ້ຈັດແບ່ງ ຕາມພາລະບົດບາດ ຂອງ ການນຳ ໃຊ້, ລວມມີ 2 ປະເພດ ຄື: ແບກຄີ໊ (ອາວຸດທີ່ຄວບຄຸມໂດຍກ້າມ ເນື້ອຂອງຄົນ) ແລະ ຫວາຄີ໊ (ອາວຸດທີ່ດໍາເນີນການໂດຍ ໝື້ ປືນ).
ອາວຸດ ຢູ່ ຢາງຫວໍເຈື່ອງ ສ່ວນຫຼາຍແມ່ນຜະລິດຈາກ ໂລຫະເຫຼັກ ແລະ ປະດິດສ້າງ ດ້ວຍວິທີການຕີດ້ວຍມື, ດັ່ງນັ້ນ ຈິ່ງບໍ່ມີການ ຊໍ້າ ກັນກັບປະເພດອາວຸດໃດໜຶ່ງຢູ່ ຫວຽດນາມ. ນອກຈາກ ການ ສະສົມອາວຸດ, ນັກຄົ້ນຄວ້າ ວັດຖຸບູຮານ ຍັງຄົ້ນພົບຮ່ອງຮອຍ ຂອງ ເຕົາຫຼໍ່, ຂີ້ເຫຼັກ ແລະ ຮອຍແຕ້ມຂອງອາວຸດ ທີ່ຍັງບໍ່ທັນ ສ້າງສຳເລັດ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ອາວຸດ ໄດ້ຫຼໍ່ ຢູ່ທີ່ນີ້ ພິສູດຢ່າງຈະແຈ້ງວ່າ ໂຮງຮຽນມວຍ ຢາງຫວໍ ນອກເໜືອ ໄປ ຈາກບົດບາດເປັນບ່ອນຝຶກແອບ, ຝຶກອົບຮົມທາງທະຫານ, ຍັງເປັນບ່ອນສະໜອງອາວຸດ, ອຸປະກອນການທະຫານດ້ວຍຕົນເອງ, ຮັບໃຊ້ການຝຶກອົບຮົມການທະຫານ ອີກດ້ວຍ. ພິເສດ, ເມື່ອຄົ້ນພົບຄັ້ງທຳອິດ, ອາວຸດສ່ວນຫຼາຍມີດ້າມ ເຮັດດ້ວຍໄມ້ ໄຜ່ ຫຼື ດ້າມໄມ້, ສິ່ງດັ່ງກ່າວຍັງໄດ້ສະແດງໃຫ້ເຫັນວ່າ ອາວຸດ ຈຳນວນ ດ່ັງກ່າວ ຖືກນຳໃຊ້ເປັນເຄື່ອງມືຝຶກຊ້ອມ ເພື່ອຕໍ່ສູ້ ປົກ ປັກຮັກສາ ປະເທດຊາດ.
ທ່ານ ຫງວຽນຕຽນດ່າ ຜູ້ອຳນວຍການຫໍພິພິທະພັນ ຮ່າໂນ້ຍ ໄດ້ ກ່າວວ່າ “ໃນປະຫວັດສາດ ກວ່າ 4.000 ປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບັນພະບຸລຸດ ຂອງ ພວກເຮົາໄດ້ຕໍ່ສູ້ຢ່າງກ້າຫານກັບສັດຕູຜູ້ຮຸກຮານ ຫຼາຍຄັ້ງເພື່ອປົກປັກຮັກ ສາເອກະລາດ ແລະ ເສລີພາບຂອງປະເທດຊາດ. ໃນສົງຄາມ, ປະຊາຊົນ ແມ່ນປັດໃຈຕັດສິນ, ແຕ່ອາວຸດກໍ່ມີບົດບາດສໍາຄັນ. ການ ຄົ້ນຄວ້າດ້ານອາວຸດເພື່ອແນໃສ່ປະກອບສ່ວນຊອກຮູ້ບັນດາສາເຫດ ໄຊຊະນະ ຂອງ ການຕໍ່ສູ້ ປ້ອງກັນປະເທດ ຂອງ ບັນພະບຸລຸດ”.
ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ