ອາຊີບ ຫວຽດ

ມໍລະດົກ ຂອງ ແສງແດດ ແລະ ທະເລ

ເບື້ອງຫຼັງເມັດເກືອສີຂາວເຫຼົ່ານັ້ນ ແມ່ນຢາດເຫື່ອ ຂອງ ຊາວນາເກືອ ທີ່ສືບທອດກັນມາຫຼາຍເຊັ່ນຄົນ ແລະ ເປັນອາຊີບ ຫັດຖະກຳ ທີ່ມີມາແຕ່ດົນນານ ເຊິ່ງມີຄວາມຜູກພັນ ຢ່າງແໜ້ນແຟ້ນ ກັບທະເລ, ສະພາບອາກາດ ແລະ ວັດທະນະທຳ ການປຸງແຕ່ງອາຫານ ຂອງ ຫວຽດນາມ. 

ເບື້ອງຫຼັງເມັດເກືອສີຂາວເຫຼົ່ານັ້ນ ແມ່ນຢາດເຫື່ອ ຂອງ ຊາວນາເກືອ ທີ່ສືບທອດກັນມາຫຼາຍເຊັ່ນຄົນ ແລະ ເປັນອາຊີບ ຫັດຖະກຳ ທີ່ມີມາແຕ່ດົນນານ ເຊິ່ງມີຄວາມຜູກພັນ ຢ່າງແໜ້ນແຟ້ນ ກັບທະເລ, ສະພາບອາກາດ ແລະ ວັດທະນະທຳ ການປຸງແຕ່ງອາຫານ ຂອງ ຫວຽດນາມ. 

ທົ່ງນາເກືອ ຈີຫາຍ ຢູ່ແຂວງ ນິງຖ້ວນ (ປັດຈຸບັນແມ່ນແຂວງ ແຄ໋ງຮ່ວາ). ພາບ: ກົງດາດ/VNP
 

ການເຮັດເກືອ ແມ່ນໜຶ່ງໃນບັນດາອາຊີບມູນເຊື້ອ ທີ່ເມື່ອຍທີ່ສຸດ ຂອງຄົນ ຫວຽດ. ສິ່ງທີ່ພິເສດ ຂອງ ອາຊີບນີ້ ແມ່ນຄວາມມ່ວນຊື່ນ ພັດຜູກພັນ ກັບຄວາມໂຫດຮ້າຍ ຂອງ ດິນຟ້າອາກາດ. ເມື່ອຫຼາຍຄົນ ຊອກຫາວິທີຫຼົບແສງແດດ, ແຕ່ຊາວນາເກືອ ພັດ ຕ້ອງການມື້ແດດຈັດ ເພື່ອໃຫ້ເກືອໄດ້ຕົກຜຶກ ກາຍເປັນເກືອ ຢ່າງໄວ ແລະ ມີຄຸນນະພາບດີທີ່ສຸດ.  

ໂດຍປົກກະຕິ ວຽກຈະເລີ່ມຕົ້ນຕັ້ງແຕ່ຕອນເຊົ້າໆ ແລະ ແກ່ຍາວ ຮອດຕອນທ່ຽງ, ເມື່ອອຸ່ນຫະພູມ ຢູ່ນາເກືອ ສູງເຖິງ 40 - 45 ອົງສາເຊ. ແສງແດດສາດສ່ອງລົງມາ, ແດດທ່ີສະທ້ອນແສງ ຈາກທົ່ງນາເກືອສີຂາວ ຈະສະທ້ອນກັບໃສ່ໃບໜ້າ ຂອງ ພວກເຂົາ ເຮັດໃຫ້ຜິວໜັງຂອງຄົນເຮັດເກືອ ຍາມໃດກໍໝອງຄໍ້າ. ແມ່ນແຕ່ ຝົນຕົກຢ່າງກະທັນຫັນພຽງຄັ້ງດຽວ ໂດຍບັງເອີນ ກໍສາມາດ ສະລ້າງ ເຫື່ອແຮງການເຮັດວຽກ ຂອງພວກເຂົາ ທັງມື້ໄປໄດ້.

ຄົນງານກຳລັງໃຊ້ຄາດກວາດເກືອຢູ່ເທິງທົ່ງນາເກືອທີ່ປູພື້ນດ້ວຍຜ້າປົກ. ພາບ: ເຕິດເຊີນ/VNP
ແສງອາລຸນສີທອງສາດສ່ອງລົງມາທົ່ງນາເກືອ ຮ່ອນຂ໋ອຍ, ແຂວງ ແຄ໋ງຮ່ວາ. ພາບ: ເຕິດເຊີນ/VNP
ຜະລິດຕະພັນເກືອ ຮ່ອນຂ໋ອຍຂອງແຂວງ ແຄ໋ງຮ່ວາ ບັນລຸມາດຕະຖານສົ່ງອອກໄປຍັງປະເທດ ຍີ່ປຸ່ນ. ພາບ: ເຕິດເຊີນ/VNP

ອາຊີບເຮັດນາເກືອຂອງຄົນ ຫວຽດນາມ ສະແດງໃຫ້ເຫັນ ການປັບຕົວ ຢ່າງຄ່ອງແຄ້ວ ກັບເງື່ອນໄຂ ທຳມະຊາດຢູ່ ແຕ່ລະເຂດພາກ. ຢູ່ພາກເໜືອ ແລະ ພາກກາງຕອນເໜືອ, ບ່ອນທີ່ແສງແດດບໍ່ຮ້ອນເກີນໄປ ຕະຫຼອດປີ, ປະຊາຊົນ ຢູ່ແຂວງ ນິງບິ່ງ, ແທງຮ໋ວາ ຫຼື ເງະອານ ໄດ້ນຳໃຊ້ເຕັກນິກ ການຕາກຊາຍ. ນ້ຳທະເລ ໄດ້ນຳເຂົ້າຊາຍ ເພື່ອໃຫ້ເກືອເກາະອ້ອມ ແຕ່ລະ ເມັດຊາຍ, ຈາກນັ້ນຕອງເອົາ ນ້ຳເຄັມ ທີ່ເຂັ້ມຂຸ້ນທີ່ສຸດ ແລ້ວສືບຕໍ່ ຕາກຢູ່ເທິງນາ ຮ່ອງດິນ. ເມັດເກືອ ທີ່ຜະລິດອອກມາ ມີຄວາມລະອຽດ ແລະ ມີລົດຊາດ ກົມກ່ອມ, ເໝາະສົມຫຼາຍ ສຳລັບອາຊີບເຮັດນ້ຳປາມູນເຊື້ອ. 

ຊາວນາເກືອ ຫາຍລີ (ແຂວງ ນິງບິ່ງ) ຮີບຮ້ອນເກັບກ່ຽວເກືອໃນເວລາທີ່ໃກ້ຈະຄ່ຳ. ພາບ: ເຈິ່ນແທັງຢາງ/VNP
 

ໃນຂະນະດຽວກັນ, ພາກກາງຕອນໃຕ້ ແລະ ພາກໃຕ້ ທີ່ມີດິນຟ້າອາກາດ ມີແສງແດດຫຼາຍ ແລະ ລົມທະເລ ພັດຕະຫຼອດປີ ພັດຂະຫຍາຍ ວິທີການຕາກນ້ຳ. ຢູ່ບັນດາເຂດ ທີ່ມີຊື່ສຽງ ເຊັ່ນ: ກ່ານ໋າ, ຮ່ອນ ຂ໋ອຍ (ແຂວງ ແຄ໋ງຮ່ວາ), ຊາຮວິ່ງ (ແຂວງ ກວ່າງຫງາຍ) ແລະ ບາກລຽວ (ແຂວງ ກ່າເມົາ), ນ້ຳທະເລ ຈະຖືກສົ່ງຜ່ານບໍ່ຈໍານວນຫຼາຍ ເພື່ອໃຫ້ ຄ່ອຍໆ ເຂັ້ມຂຸ້ນ ເທື່ອລະກ້າວ ກ່ອນຈະຕົກຜຶກ ກາຍເປັນ ເມັດເກືອໃຫຍ່, ຂາວ ແລະ ແຫ້ງ.  

ເກືອ ບໍ່ພຽງແຕ່ແມ່ນເຄື່ອງປຸງ ທີ່ຈຳເປັນເທົ່ານັ້ນ, ແຕ່ຍັງກາຍເປັນ ຜະລິດຕະພັນພິເສດ ຂອງ ຫຼາຍທ້ອງຖິ່ນ. ເກືອ ຊາຮວິ່ງ ແລະ ເກືອ ບາກລຽວ ໄດ້ຮັບການຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳແຫ່ງຊາດ, ທັງປະກອບສ່ວນ ສ້າງລົດຊາດ ຂອງ ບັນດາຍີ່ຫໍ້ນ້ຳປາ ທີ່ມີຊື່ສຽງ ເຊັ່ນ: ນາມໂອ, ຝູ໋ກວັກ ແລະ ຟານທ໋ຽດ.

ພາບອັນລຽບງ່າຍຂອງຜູ້ອອກແຮງງານທີ່ສະທ້ອນຢູ່ເທິງໜ້ານ້ຳໃນຕະລາງຕາກເກືອແຫ້ງ. ພາບ: ເຈິ່ນແທັງຢາງ/VNP
ພາບການເກັບກ່ຽວເກືອຢູ່ທີ່ທົ່ງນາເກືອ ຫາຍລີ (ແຂວງ ນິງບິ່ງ). ພາບ: ເຈິ່ນແທັງຢາງ/VNP
 

ໃນປັດຈຸບັນ, ຫຼາຍໝູ່ບ້ານອາຊີບ ໄດ້ນຳໃຊ້ ເຕັກໂນໂລຊີ ການຕາກ ດ້ວຍຜ້າເຕັ້ນ, ຂະຫຍາຍເກືອດອກໄມ້, ເກືອສະໝຸນໄພ ແລະ ປະສົມປະສານ ສິ່ງເຫຼົ່ານີ້ ເຂົ້າກັບ ການທ່ອງທ່ຽວ ເພື່ອປະສົບການ. ບັນດາທົ່ງນາເກືອ ຢູ່ ຊາຮວິ່ງ ຫຼື ຮ່ອນຂ໋ອຍ ບໍ່ພຽງແຕ່ແມ່ນບ່ອນຜະລິດເກືອເທົ່ານັ້ນ, ແຕ່ຍັງກາຍເປັນ ຈຸດໝາຍ ທີ່ດຶງດູດນັກທ່ອງທ່ຽວ ແລະ ບັນດາຊ່າງພາບ ທີ່ຕ້ອງການຄົ້ນຫາຄວາມງາມຂອງການອອກແຮງງານທີ່ລຽບງ່າຍ ຢູ່ເຂດ ທະເລ ຫວຽດນາມ.

ບົດ: ເຈິ່ນແທັງຢາງ - ພາບ: VNP  ແລະ ຮວິ່ງເລິມ


top