ໃນວິຈິດສິນພື້ນເມືອງ ແລະ ວິຈິດສິນໝູນໃຊ້, ມ້າໄດ້ຮັບການສະແດງຢ່າງລຽບງ່າຍ, ມີຊີວິດຊີວາ, ອັນໄດ້ສ່ອງແສງໃຫ້ຮູບພາບຂອງສັດປະເພດໜຶ່ງທີ່ສັດຊື່, ໃກ້ຊິດຕິດແທດກັບຄົນ. ໃນສິລະປະສ້າງຮູບທັນສະໄໝ, ມ້າໄດ້ກາຍເປັນແຫຼ່ງບັນດາໃຈປະດິດສ້າງຢ່າງແຮງ, ນຳມາເຊິ່ງຫຼາຍສີສັນສະທ້ອນອາລົມ ແລະ ຄວາມໝາຍສັນຍາລັກ.
ງານວາງສະແດງດຶດງດູດຜູ້ມາຊົມເປັນຈຳນວນຫຼາຍ (ພາບ: ຖຸຍຕຽນ)
60 ຜົນງານໄດ້ນຳມາວາງສະແດງໃນງານວາງສະແດງດ້ວຍຫົວຂໍ້ ມ້າໃນສິລະປະສ້າງຮູບ ທີ່ພວມຈັດຂຶ້ນຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ທີ່ ຮ່າໂນ້ຍ, ໄດ້ນຳມາເຊິ່ງມູມມອງຫຼາກຫຼາຍກ່ຽວກັບຮູບພາບໂຕມ້າໃນສິລະປະສ້າງຮູບ.
ໃນຊີວິດຂອງຊາວເຜົ່າເຂດພູສູງ, ມ້າແມ່ນເພື່ອນຮ່ວມເດີນທາງທີ່ໃກ້ຊິດສະໜິດສະໜົມ. ໃນໄລຍະຕໍ່ຕ້ານ, ຮູບພາບໂຕມ້າຢູ່ຂ້າງນັກຮົບ, ພິເສດແມ່ນຢູ່ຂ້າງປະທານ ໂຮ່ຈິມິນ ໄດ້ກາຍເປັນສັນຍາລັກທີ່ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ. ສຳລັບມະຫາຊົນຮັກມັກສິລະປະ, ນີ້ແມ່ນໂອກາດທີ່ຫາຍາກ ເພື່ອສາມາດຮັບຊົມບັນດາຜົນງານທີ່ພົ້ນເດັ່ນຂອງບັນດາຈິດຕະກອນທີ່ມີຊື່ສຽງ:
ມີຈິດຕະກອນຫຼາຍຄົນມີບັນດາພາບແຕ້ມມ້າ ແລະ ໄດ້ນຳໃຊ້ວັດຖຸ, ແຕ້ມອອກມາດ້ວຍຫຼາຍຮູບຫຼາຍແບບ. ບໍ່ມີແຕ່ພາບແຕ້ມເທົ່ານັ້ນ, ຫາກຍັງມີບັນດາຜົນງານສີຄັດມັນ ຫຼືແກະຄວັດສະຫຼັກ, ຮູບປັ້ນດິນເຜົາອີກດ້ວຍ… ຂ້າພະເຈົ້າມີຄວາມປະທັບໃຈກັບພາບແຕ້ມໜຶ່ງຂອງຈິດຕະກອນ ບຸ່ຍຊັວນຟາຍ ທີ່ໄດ້ແຕ້ມຮູບສາວນ້ອຍຜູ້ໜຶ່ງກຳລັງຂີ່ມ້າທີ່ເປັນເຄື່ອງຫຼີ້ນ ຊື່ງໄດ້ສະແດງໃຫ້ເຫັນຄວາມໄຮ້ດຽງສາ, ຜ່ອງໃສ.
ຈິດຕະກອນ ຫງວຽນທັງລວງ ແລະ ຜົນງານຂອງຕົນ (ພາບ: ຖຸຍຕຽນ)
ບັນດາຜົນງານທີ່ໄດ້ວາງສະແດງໃນງານວາງສະແດງນັ້ນ ໄດ້ສະແດງໃຫ້ເຫັນຄວາມຫຼາຍຮູບແບບກ່ຽວກັບຮູບແບບ ແລະ ວັດຖຸຄື: ພາບສີຄັດມັນ, ສີນ້ຳມັນ, ແພໄໝ, ພາບເຈ້ຍ, ໄມ້, ດິນເຜົາ, ເຄື່ອງປັ້ນດິນເຜົາ… ໂດຍນັກສະລະປະກອນພື້ນເມືອງຫຼາຍລຸ້ນຄົນ ແລະ ນັກສິລະປະການສ້າງຮູບ ຫວຽດນາມ ປະດິດແຕ່ງ. ການໄດ້ພັນລະນາເລື່ອງລາວທີ່ເຫັນປະຈັກຕາຢ່າງມີຊີວິດຊີວາ ກ່ຽວກັບຮູບພາບໂຕມ້າທີ່ໄດ້ເຮັດໃໝ່ໃນສິລະປະແກະຄວັດສະຫຼັກທັນສະໄໝ, ຜົນງານຂອງຈິດຕະກອນ ຫງວຽນທັງລອງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມດ້ວຍວີທີສ້າງຮູບທີ່ແຕກຕ່າງ:
ມີສອງສິ່ງທີ່ແຕກຕ່າງຢູ່ທີ່ນີ້. ທີ່ໜຶ່ງແມ່ນກ່ຽວກັບການສ້າງຮູບ, ຂ້າພະເຈົ້າໄດ້ສົມທົບສິລະປະຍຸກສະໄໝ ແລະ ຢູ່ທີ່ນັ້ນ, ຮູບພາບຂອງບັນດາໂຕສັດແມ່ນສັນຍາລັກຂອງຊາວອາຊີ. ສ່ວນເຊື້ອແວັສແມ່ນສັນຍາລັກຂອງຊາວຕາເວັນຕົກ. ທີສອງແມ່ນ ຂ້າພ້າເຈົ້າໄດ້ສ້າງໂຕປາຫຼົດ ດ້ວຍເຕັກນິກແບບດັ້ງເດີມເກົ່າແກ່ພ້ອມກັບລວດລາຍແມ່ນຮ້ອຍລາຍນີ້ວມື ນັ້ນແມ່ນຂີດໝາຍຂອງວິວັດການສ້າງຮູບ ຊື່ງໄດ້ສ້າງໃຫ້ມີຄວາມງາມພິເສດ.
ເມື່ອໄປຊົມງານວາງສະແດງ ມ້າໃນສິລະປະສ້າງຮູບ ມະຫາຊົນໄດ້ຮັບຊົມບັນດາຜົນງານພິເສດກ່ຽວກັບບັນດາໂຕສັດ ກໍ່ຄືໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວລົງຕົວຈິງຄື: ພິມພາບແຕ້ມມ້າ, ແຕ້ມຮູບໃສ່ເຈ້ຍສາ… ເອື້ອຍ ຫງວຽນລານ, ຕາແສງ ດົງດາ ມີຄວາມປະທັບໃຈຕໍ່ການພິມພາບແຕ້ມພື້ນເມືອງທີ່ສຸດ:
ງານວາງສະແດງນີ້ໄດ້ສ້າງຄວາມປະທັບທີ່ສຸດ, ມີຄວາມແຕກຕ່າງກັບງານວາງສະແດງອື່ນໆ. ບໍ່ພຽງແຕ່ແມ່ນງານວາງແດງຮູບໂຕສັດຕ່າງໆເທົ່ານັ້ນ, ຫາກຍັງແມ່ນບັນດາໂຕສັດໄດ້ໄປພ້ອມກັບຄົນ, ຈາກສິລະປະພື້ນເມືອງ, ສິລະປະທັນສະໄໝ ຕະຫຼອດຮອດໃນໄລຍະຕໍ່ຕ້ານ, ແລ້ວກໍ່ສຳລັບຊາວຊົນເຜົ່າ… ມີຄວາມຫຼາກຫຼາຍທີ່ສຸດ. ພິເສດແມ່ນຂ້າພະເຈົ້າໄດ້ເຂົ້າຮ່ວມການພິມພາບໂຕມ້າ.
ງານວາງສະແດງໄດ້ເປີດປະຕູແຕ່ນີ້ຮອດວັນທີ 1 ມີນາ ປີ 2026 ຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ ຊື່ງໝັ້ນໝາຍຈະນຳມາເຊິ່ງພື້ນທີ່ສິລະປະທີ່ເຕັມໄປດ້ວຍຄຸນຄ່າພື້ນເມືອງ ແລະ ຄວາມໝາຍທາງດ້ານຈິດໃຈໃຫ້ແກ່ຜູ້ຊົມ ພ້ອມທັງໄດ້ສ່ອງແສງໃຫ້ເຫັນລົມຫາຍໃຈຂອງຍຸກສະໄໝໃນຊຸມວັນຕ້ອນຮັບລະດູບານໃໝ່, ປີມະເມຍ 2026./.