ຂ່າວສານ ມຽນມາ ແລະ ຈີນ ຮ່ວມມືກັນຜະລິດຟິມຮູບເງົາກ່ຽວກັບນະຄອນ Bagan 02/05/2019 ໃນເດືອນຕຸລາ ຈະມາເຖິງ, ມຽນມາ ແລະ ຈີນ ຈະເລີ່ມຕົ້ນດໍາເນີນການຜະລິດຟິມຮູບເງົາ ທີ່ມີຊື່ວ່າ “Bagan’s treasure trove”. ນີ້ກໍເປັນຄັ້ງທໍາອິດ ທີ່ສອງປະເທດ ເຂົ້າຮ່ວມການຮ່ວມມືໃນໂຄງການຮູບເງົາ. ຟິມຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບເລື່ອງລາວຊອກຄົ້ນວັດຖຸບູຮານ ຢູ່ນະຄອນ Bagan ແລະ ບັນດາການສໍາຜັດທີ່ແປກໃໝ່ຂອງອ້າຍບ່າວຈີນຜູ້ໜຶ່ງ ຢູ່ມຽນມາ. ການຖ່າຍທໍາຕົ້ນຕໍຂອງຟິມຮູບເງົາ ແມ່ນຢູ່ ຈີນ, ມຽນມາ ແລະ ບາງປະເທດອາຊີ ຕາເວັນອອກສ່ຽງໃຕ້. ທ່ານ U Thein Naing, ຜູ້ອໍານວຍການຫ້ອງການພັດທະນາຟິມຮູບເງົາ ມຽນມາ ສະແດງຄວາມຫວັງວ່າ “Bagan’s treasure trove” ຈະປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວຂອງ ມຽນມາ ໃນໄລຍະຈະມາເຖິງ, ພ້ອມທັງສ້າງກາລະໂອກາດແນະນໍາທ່າແຮງບົ່ມຊ້ອນໃນການຮ່ວມມືໃນຂະແໜງການຮູບເງົາຂອງປະເທດນີ້ ໃນຕະຫຼາດສາກົນຕື່ມອີກ. (ແຫຼ່ງຄັດຈາກ VOV)

ໃນເດືອນຕຸລາ ຈະມາເຖິງ, ມຽນມາ ແລະ ຈີນ ຈະເລີ່ມຕົ້ນດໍາເນີນການຜະລິດຟິມຮູບເງົາ ທີ່ມີຊື່ວ່າ “Bagan’s treasure trove”. ນີ້ກໍເປັນຄັ້ງທໍາອິດ ທີ່ສອງປະເທດ ເຂົ້າຮ່ວມການຮ່ວມມືໃນໂຄງການຮູບເງົາ. ຟິມຮູບເງົາດັ່ງກ່າວ ໄດ້ພັນລະນາກ່ຽວກັບເລື່ອງລາວຊອກຄົ້ນວັດຖຸບູຮານ ຢູ່ນະຄອນ Bagan ແລະ ບັນດາການສໍາຜັດທີ່ແປກໃໝ່ຂອງອ້າຍບ່າວຈີນຜູ້ໜຶ່ງ ຢູ່ມຽນມາ. ການຖ່າຍທໍາຕົ້ນຕໍຂອງຟິມຮູບເງົາ ແມ່ນຢູ່ ຈີນ, ມຽນມາ ແລະ ບາງປະເທດອາຊີ ຕາເວັນອອກສ່ຽງໃຕ້. ທ່ານ U Thein Naing, ຜູ້ອໍານວຍການຫ້ອງການພັດທະນາຟິມຮູບເງົາ ມຽນມາ ສະແດງຄວາມຫວັງວ່າ “Bagan’s treasure trove” ຈະປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວຂອງ ມຽນມາ ໃນໄລຍະຈະມາເຖິງ, ພ້ອມທັງສ້າງກາລະໂອກາດແນະນໍາທ່າແຮງບົ່ມຊ້ອນໃນການຮ່ວມມືໃນຂະແໜງການຮູບເງົາຂອງປະເທດນີ້ ໃນຕະຫຼາດສາກົນຕື່ມອີກ. (ແຫຼ່ງຄັດຈາກ VOV)