ຂ່າວສານ

ມື້ເຮັດວຽກທີ 1 ຂອງກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12

ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 7 ຕຸລາຢູ່ນະຄອນຫຼວງຮ່າໂນ້ຍ ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວໄຂກອງປະຊຸມ 

ຕອນເຊົ້າວັນທີ 7 ຕຸລາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ດຳເນີນວາລະໄຂ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕາງໜ້າກົມການເມືອງສູນກາງພັກ ບໍລິຫານວາລະປະຊຸມ, ທ່ານ ເຈີນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ກໍໄດ້ຂຶ້ນລາຍງານ, ຂໍຄຳເຫັນນຳຄະນະບໍລິຫານງານສູນກາງພັກກ່ຽວກັບໂຄງການດຳເນີນງານຂອງກອງປະຊຸມ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວໄຂກອງປະຊຸມ.

    ຕອນບ່າຍວັນດຽວກັນ, ບັນດາຜູ້ແທນເຮັດວຽກຢູ່ຕາມໜ່ວຍ, ປຶກສາຫາລື ກ່ຽວກັບຮ່າງບົດລາຍງານການເມືອງ ແລະ ຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານ ກ້າວຂຶ້ນສູ່ສັງຄົມນິຍົມ(ສະບັບເພີ່ມເຕີມ, ຂະຫຍາຍບົດລາຍງານປີ 2011).

 (ແຫຼ່ງຄັດຈາກ VOV)


top