ຕອນຄ່ຳວັນທີ 18 ພຶດສະພາ, ລາຍການສະແດງສິລະປະດ້ວຍຫົວຂໍ້ “ລຸງໂຮ່ຄວາມຮັກທີ່ກວ້າງໃຫຍ່ໄພສານ” ໄດ້ດຳເນີນຢູ່ຮ່າໂນ້ຍ. ລາຍການໄດ້ສະແດງໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນປະເທດຊາດ, ນ້ຳໃຈຂອງປະຊາຊົນທຸກແຖບຖິ່ນໃນທົ່ວປະເທດ ທີ່ມີຕໍ່ປະທານໂຮ່ຈີມິນ.

ລາຍການສະແດງສິລະປະດ້ວຍຫົວຂໍ້ “ລຸງໂຮ່ຄວາມຮັກທີ່ກວ້າງໃຫຍ່ໄພສານ”
ມີຮູບພາບ, ເອກະສານລ້ຳຄ່າຫຼາຍຢ່າງກ່ຽວກັບເພິ່ນ ໄດ້ນຳເຂົ້າໃນບົດເພງ, ປະສົມກັບຈັງຫວະ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມທີ່ສຸດ.
ການສະເຫຼີມສະຫລອງ 132 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ໃນລະຫວ່າງວັນທີ 16 – 19 ພຶດສະພາ, ຢູ່ຕາແສງ ກິມລຽນ, ເມືອງນາມດ່ານ ໄດ້ດຳເນີນການເຄື່ອນໄຫວຕ່າງໆ.
ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ກິມລຽນ ໄດ້ຈັດຕັ້ງການວາງສະແດງດ້ວຍຫົວຂໍ້ວ່າ “ຊື່ປະທານໂຮ່ຈີມິນ ສຸດທີ່ງາມ” ເຊິ່ງໄດ້ແນະນຳພາບຖ່າຍ, ເອກະສານ 144 ຢ່າງກ່ຽວກັບພາລະກິດປະຕິວັດ, ການເມືອງ, ວັດທະນະທຳອັນສູງສົ່ງຂອງ ປະທານໂຮ່ຈີມິນ.
ໂດຍນອນໃນບັນດາການເຄື່ອນໄຫວຢູ່ວັນບຸນໝູ່ບ້ານແຊນ 2022, ລາຍການສະແດງສິລະປະດ້ວຍຫົວຂໍ້ວ່າ: “ເງະອານ - ໝູ່ບ້ານແຊນ ບ້ານເກີດຂອງລຸງໂຮ່, ນະຄອນໂຮ່ຈີມິນ - ນະຄອນຊື່ຄຳ” ໂດຍພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ເງະອານ ແລະ ນະຄອນໂຮ່ຈີມິນ ສົມທົບກັນຈັດຂຶ້ນເຊິ່ງຈະດຳເນີນຢູ່ສະໜາມຫຼວງ ໂຮ່ຈີມິນ (ນະຄອນວິງ) ໃນຕອນຄ່ຳວັນທີ 19 ພຶດສະພາ.
(ແຫຼ່ງຄັດຈາກ VOV)