ຂ່າວສານ

ມີ ກ່ວາ 80 ປະເທດຈຳກັດການເຂົ້າເມືອງສຳລັບພົນລະເມືອງ ສ.ເກົາຫຼີ

      ຮອດວັນທີ 1 ມີນາ, ມີກ່ວາ 80 ປະເທດພວມນຳໃຊ້ຄຳສັ່ງຈຳກັດການເຂົ້າເມືອງ ແລະ ຜັນຂະຫຍາຍບັນດາລະບຽບການກວດພະຍາດຢ່າງເຄັ່ງຂັດຕໍ່ແຂກທ່ອງທ່ຽວທີ່ມາຈາກ ສ.ເກົາຫຼີ, ຍ້ອນຄວາມວິຕົກກັງວົນຕໍ່ການແຜ່ລະບາດຂອງໂລກລະບາດ Covid- 19.

ພາບປະກອບ: Yonhap 
      ສ.ເກົາຫຼີ ໄດ້ຕັ້ງໜ້າສະເໜີໃຫ້ບັນດາປະເທດ ແລະ ເຂດແຄ້ວນໃນໂລກບໍ່ນຳໃຊ້ການຈຳກັດເຂົ້າເມືອງທີ່ເກີນລະດັບສຳລັບພົນລະເມືອງສ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າການແຜ່ລະບາດຢ່າງໄວວາຂອງໂລກລະບາດ Covid – 19, ທີ່ມີແຫຼ່ງເກີດມາຈາກນະຄອນ ອູຮັ້ນ (ປະເທດຈີນ) ໃນເດືອນ ທັນວາ 2019ນັ້ນ, ບັນດາປະເທດຈຳຕ້ອງກະທຳ.
        ໄລ່ຮອດວັນທີ 1 ມີນາ, ສ.ເກົາຫຼີໄດ້ຮັບຮູ້ຜູ້ຕິດໂລກລະບາດ CoVid-19 ໃໝ່ຕື່ມອີກ 586 ຄົນ, ຍົກຈຳນວນຜູ້ຕິດໂລກລະບາດຂຶ້ນເປັນ 3.736 ຄົນ, ແລະ ມີຜູ້ເສຍຊີວິດ 20 ຄົນ.
 (ແຫຼ່ງຄັດຈາກ VOV)


top