ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.
Russian President Vladimir Putin holds his annual end-of-year press conference in Moscow, Russia December 19, 2025. Photo: Alexander Nemenov/Pool via REUTERS
ວັນທີ 19 ທັນວາ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໄດ້ດຳເນີນໂຄງການແລກປ່ຽນກັບມະຫາຊົນແບບຊື່ງໜ້າຜ່ານ “ໂທລະສັບສາຍໂດຍກົງ” ສົມທົບກັບການປະຊຸມຂ່າວຕັ້ງຫຼ້າສຸດໃນໂອກາດທ້າຍປີ ເພື່ອແນໃສ່ສະຫລຸບບັນດາໝາກຜົນພັດທະນາເສດຖະກິດສັງຄົມ, ການພົວພັນພາຍໃນ ແລະ ຕ່າງປະເທດຂອງປະເທດຊາດໃນປີຜ່າມມາ ແລະ ເຮັດແຈ້ງບັນດາການກຳນົດທິດຈຸດສຸມໃນໄລຍະຈະມາເຖິງ.
ມີນັກຂ່າວ ລັດເຊຍ ແລະ ຕ່າງປະເທດປະມານ 600 ຄົນ, ໃນນັ້ນມີຜູ້ຕາງໜ້າບັນດາອົງການສື່ມວນຊົນຈາກບັນດາປະເທດທີ່ ລັດເຊຍ ຈັດເຂົ້າບັນຊີລາຍຊື່ “ບັນດາປະເທດບໍ່ເປັນມິດ” ໄດ້ເຂົ້າຮ່ວມເຫດການ. ການປະຊຸມຂ່າວແກ່ຍາວໃນເວລາ 3 ຊົ່ວໂມງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຕອບ 27 ຄຳຖາມໂດຍກົງ. ຕາມຄະນະຈັດຕັ້ງແລ້ວ, ມີປະມານ 2 ລ້ານຄຳຖາມໄດ້ສົ່ງໄປຍັງທ່ານປະທານາທິບໍດີ ລັດເຊຍ ຜ່ານຫຼາຍຊ່ອງແຕກຕ່າງກັນ.
ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ. ບັນດາອົງການມີໜ້າທີ່ຮັບຜິດຊອບພວມສຳເລັດໜ້າທີ່ຄວບຄຸມໄພເງິນເຟີ້ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຄາດວ່າອັດຕາເງິນເຟີ້ໃນທ້າຍປີນີ້ແມ່ນຢູ່ໃນລະດັບ 5.8%, ບໍ່ລື່ນກາຍ 7%. ງົບປະມານແຫ່ງຊາດໄດ້ຮັບການດຸນດ່ຽງ ດ້ວຍລະດັບເທົ່າກັບປີ 2021 ຊື່ງໄດ້ສ່ອງແສງຄວາມສະຖຽນລະພາບຂອງພື້ນຖານເສດຖະກິດ ແລະ ລະບົບການເງິນ.