ຂ່າວສານ

ມີ​ຜູ້​ແທນ 600 ທ່ານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ IX

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ IX, ອາ​ຍຸ​ການ 2026 – 2031 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 7 – 8 ມິ​ຖຸ​ນາ 2026 ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ (ຮ່າ​ໂນ້ຍ).
  ມີ​ຜູ້​ແທນສົມ​ບູນ 600 ທ່ານ ຕາງ​ໜ້າ​ໃຫ້​ແກ​່​ສະ​ມາ​ຊິກ, ຊາວ​ກະ​ສິ​ກອນກວ່າ 10 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ (ພາບ: VOV)  

ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ມີ​ຜູ້​ແທນສົມ​ບູນ 600 ທ່ານ ຕາງ​ໜ້າ​ໃຫ້​ແກ​່​ສະ​ມາ​ຊິກ, ຊາວ​ກະ​ສິ​ກອນກວ່າ 10 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ.

ຕອນ​ເຊົ້າ​ວັນ​ທີ 7 ມິ​ຖຸ​ນາ, ບັນ​ດາ​ຜູ້​ແທນ​ເຂົ້າ​ສຸ​ສານ​ວາງ​ພວງ​ມາ​ລາ, ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ ແລະ ວາງ​ພວງ​ມາ​ລາ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ອະ​ນຸ​ສອນ​ສະ​ຖານ​ ບັກ​ເຊີນ.

ຫຼັງ​ຈາກ​ນັ້ນ, ກອງ​ປະ​ຊຸມ​ໃຫຍ່​ໄດ້​ດຳ​ເນີນ​ວາ​ລະ​ປະ​ຊຸມ​ຄັ້ງ​ປະ​ຖມ​ມະ​ເລິກ ດ້ວຍຫຼາຍ​ເນື້ອ​ໃນ​ທີ່​ສຳ​ຄັນ.

ຕາມ​ລາຍ​ການ​ຂອງກອ​ງ​ປະ​ຊຸມ​ໃຫຍ່, ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ, ກອງ​ປະ​ຊຸມ​ໃຫຍ່​ຈະ​ດຳ​ເນີນ​ພິ​ທີ​ໄຂ​ຢ່າງ​ສົມ​ກຽດ ດ້ວຍ​ການ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນຊີ້​ນຳ​ຂອງ​ການ​ນຳ​ພັກ, ລັດ; ຮັບ​ຟັງ​ການ​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ໝາກ​ຜົນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຄັ້ງ​ທີ VIII ແລະ ບັນ​ດາ​ຄຳ​ເຫັນ​ປະ​ກອບ.


top