ຂ່າວສານ

ມີ​ຜູ້​ແທນ 120 ທ່ານ​ມາ​ຈາກ 11 ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ອາ​ຊຽນ - ຄັ້ງ​ທີ 13 ຢູ່​ດ່າ​ນັ້ງ

ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ​ຜູ້​ແທນ ປະ​ມານ 120 ທ່ານ​ມາ​ຈາກ 11 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ຄະ​ນະ​ເລ​ຂາ​ ອາ​ຊຽນ, ຈີນ, ຍີ່​ປຸ່ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.
  ມີ​ຜູ້​ແທນ 120 ທ່ານ​ມາ​ຈາກ 11 ປະ​ເທດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ອາ​ຊຽນ - ຄັ້ງ​ທີ 13 ຢູ່​ດ່າ​ນັ້ງ (ພ​າບ: VNA)  
ເພີ່ມ​ທະ​ວີ​ການ​ຫັນ​ເປັນ​ດີ​ຈີ​ຕອນໃນ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ, ຫຼັກ​ອະ​ນາ​ໄມ​ການ​ອອກ​ແຮງ​ງານ​ໃນ​ອາ​ຊຽນ ມຸ່ງ​ໄປເຖິງວິ​ໄສ​ທັດ ອາ​ຊຽນ 20245 ແມ່ນ​ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຫຼັກອະ​ນາ​ໄມ​ການ​ອອກແຮງ​ງານ ອາ​ຊຽນ (ASEAN-OSHNET) ຄັ້ງ​ທີ 13(AOC-13) ຜັນ​ຂະ​ຫຍາຍ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ກໍ​ລະ​ກົດ, ຢູ່​ນະ​ຄອນ​ດ່າ​ນ​ັ້ງ. ເຫດ​ການ​ສ້າງ​ຂີດ​ໝາຍ​ເລື່ອງ ຫວຽດ​ນາມ​ຮັບ​ບົດ​ບາດ​ເປັນ​ປະ​ທານ ອາ​ຍຸ​ການ 2026 – 2027. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ​ຜູ້​ແທນ ປະ​ມານ 120 ທ່ານ​ມາ​ຈາກ 11 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ຄະ​ນະ​ເລ​ຂາ​ ອາ​ຊຽນ, ຈີນ, ຍີ່​ປຸ່ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ເວ​ທີ​ປາ​ໄສ​ສຸມ​ໃສ່​ປຶກ​ສາ​ຫາ​ລື 4 ທິດ​ທາງ​ໃຫຍ່ຄື: ສ້າງ​ຂອບ​ນະ​ໂຍ​ບາຍ​ລວມ​ຂອງ ອາ​ຊຽນ​ກ່ຽວ​ກັບ​ການ​ໝູນ​ໃຊ້​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ, ຫຼັກອະ​ນາ​ໄມ ການ​ອອກແຮງງານ, ຕິດ​ພັນ​ກັບ​ມາດ​ຕະ​ຖານ​ສາ​ກົນ ກ່ຽວ​ກັບ​ຄຸນ​ສົມ​ບັດ AI ແລະ ການ​ປົກ​ປ້ອງ​ຂໍ້​ມູນ; ຊຸກ​ຍູ້​ການ​ແບ່ງ​ປັນ​ໃນ​​ພາກຕົວ​ຈິງ​ເປັນ​ຢ່າງ​ດີ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ; ຮັບ​ປະ​ກັນ​ການ​ຫັນ​ເປັນ​ດີ​ຈີ​ຕອນກວມ​ລວມ; ສ້າງ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ລະ​ອຽດ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຮງ​ງານ ອາ​ຊຽນ.

top