ຂ່າວສານ

ມີອັດຖິກນັກຮົບເສຍສະຫຼະຊີວິດເພື່ອຊາດວ່າ 1.300 ອັດຖິໄດ້ຊອກຫາ, ທ້ອນໂຮມ

ໄລ່ຮອດວັນທີ 05 ກໍລະກົດ, ບັນດາກຳລັງໄດ້ຈັດການເກັບເອົາຕົວຢ່າງຢູ່ 35.000 ກວ່າຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ
  ມາຮອດປະຈຸບັນ, ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 1.300 ອັດຖິ (ພາບ​ປະ​ກອບ: VNA)  

ພາຍ​ຫຼັງ​ກວ່າ 110 ວັນ​ຜັນ​ຂະ​ຫຍາຍ “ບັ້ນ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື​່ອ​ຊາດ”, ຫວຽດ​ນາມ ໄດ້​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 1.300 ອັດ​ທິ, ເກັບ​ເອົາ​ຕົວ​ຢ່າງ​ ADN ຢູ່​ຂຸມ​ຝ​ັງ​ສົບນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດກວ່າ 35.000 ຂຸມ.

ຕາມ​ບົດ​ລາຍ​ງານ​ຂອງ​​ຫ້ອງ​ການ​ຊີ້​ນຳ​ແຫ່ງ​ຊາດ 515, ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ໄດ້​ກວ່າ 1.300 ອັດ​ຖິ ແລະ 3 ເຂດ​ຝັງ​ສົບ​ລວມຢ​ູ່ ຕວຽນ​ກວາງ. ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດປະ​ມານ 7.000 ​ອັດ​ຖິ, ບົນ​​ພື້ນ​ຖານໝາກ​ຜົນ​ການ​ສຳ​ຫຼວດ, ຢັ້ງ​ຢືນ​ຂໍ້​ມູນ, ສະ​ຫຼຸບ​ໃນ​ບໍ​ລິ​ເວນ​, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ມອບຄາດ​ໝາຍ​ຊອກ​ຫາ, ທ້ອນ​ໂຮມ​ລະ​ອຽດ​ໃຫ້​ແກ່​ບັນ​ດາ​ກົມກອງ.

ພ້ອມ​ກັບ​ການ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຂອງ 19 ກອງ​ຊອກ​ຫາ, ທ້ອນ​ໂຮມອັດ​ຖິນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ສະ​ເພາະ​ກິດ (ຢູ່​ລາວລວມ​ມີ 8 ກອງ, ຢູ່ ກຳ​ປູ​ເຈຍ 11 ກອງ), ກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ໃໝ່ 10 ກອງ​ຊອກ​ຫາ, ທ້ອນ​ໂຮມ​ຊົ່ວ​ຄາວ​ຢູ່​ພາຍ​ໃນ​ປະ​ເທດ. ຈຳ​ນວນກອງ​ຊອກ​ຫາ, ທ້ອນ​ໂຮມ​ໃນ​ປະ​ຈຸ​ບັນ​ແມ່ນ 31 ກອງ ດ້ວຍ​ຈຳ​ນວນ​ສະ​ມາ​ຊິກກວ່າ 1.500 ຄົນ.

ຕາມ​ຕົວ​ເລກ​ຈາກ​ກົມ​ນະ​ໂຍ​ບາຍ - ສັງ​ຄົມ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສະ​ໜອງ​ແລ້ວ, ໄລ່​ຮອດ​ວັນ​ທີ 05 ກໍ​ລະ​ກົດ, ບັນ​ດາ​ກຳ​ລັງ​ໄດ້​ຈັດ​ການ​ເກ​ັບ​ເອົາ​ຕົວ​ຢ່າງ​ຢູ່ 35.000 ກວ່າຂຸມ​ຝັ​ງ​ສົບນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ໃນ​ນັ້ນ, ຂຸມ​ທີ່​ມີ​ເງື່ອນ​ໄຂຄົ​ບ​ຖ້ວນ​ເພື່ອ​ເກັບ​ເອົາ​ຕົວ​ຢ່າງ​ແມ່ນກວ່າ 25.000 ຂຸມ.


top