ໃນຂອບເຂດການປະຕິບັດງານຢູ່ປະເທດ ອີຕາລີ ແລະ ສະວິດ, ຄະນະປະຕິບັດງານບັນດາແຂວງ ແຄັງຮວ່າ ໂດຍທ່ານ ຫງວຽນຄັກຕວ່ານ, ປະທານຄະນະກໍາມະການປະຊາຊົນແຂວງເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບອົງການເວທີປາໄສເສດຖະກິດ ສະວິດ - ຫວຽດນາມ (SVEF) ຢູ່ນະຄອນ Zurich ສະວິດ.
ບັນຍາກາດການໂອ້ລົມ (ພາບ: TTXVN)
ທີ່ການເຮັດວຽກ, ທ່ານ ປອ. Philipp Rösler ປະທານ SVEF ໃຫ້ຮູ້ວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃຫຍ່ໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ອາດຈະສ້າງກຳລັງຜັກດັນໃໝ່ຊຸກຍູ້ບັນດາວິສາຫະກິດຂອງສອງຝ່າຍວ້າງຕັ້ງ ແລະ ກາຍເປັນຄູ່ຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງ. ພ້ອມທັງໃຫ້ຂໍ້ສັງເກດວ່າ ການເຮັດວຽກຄັ້ງນີ້, ກໍຄືການເຄື່ອນໄຫວຕ່າງໆທີ່ຈະເກີດຂຶ້ນຢູ່ ດ່າໜັງ ນັ້ນ, ຈະຊ່ວຍຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບ ສະວິດ ຫຼາຍກວ່າອີກ, ໃນນັ້ນ ວິສາຫະກິດຫຼາຍແຫ່ງຂອງ ສະວິດ ມີຄວາມສົນໃຈເຖິງບັນດາທ້ອງຖິ່ນທີ່ມີກຳລັງບົ່ມຊ້ອນຄືແຂວງ ແຄັງຮວ່າ.
ສ່ວນທ່ານ ຫງວຽນຄັກຕວ່ານ, ປະທານຄະນະກໍາມະການປະຊາຊົນແຂວງ ແຄັງຮວ່າ, ສະເໜີໃຫ້ SVEF ເຊື່ອມຕໍ່ບັນດາວິສາຫະກິດ ສະວິດ ໄປສຳຫຼວດ ແລະ ຊອກຫາໂອກາດຮ່ວມມືສອງຝ່າຍຢູ່ແຄັງຮວ່າ.