ຂ່າວສານ

ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງພາຍຫຼັງ 1 ປີທີ່ເຄື່ອນໄຫວຮູບແບບອຳນາດການປົກຄອງ 3 ຂັ້ນ

ວັນທີ 01 ກໍລະກົດ, ຄົບ 1 ປີທີ່ ຫວຽດນາມ ເຄື່ອນໄຫວຮູບແບບສັງລວມຂອງລະບົບການເມືອງ, ຮູບແບບອຳນາດການປົກຄອງ 3 ຂັ້ນ (01 ກໍລະກົດ 2025 – 01 ກໍລະກົດ 2026).
(ພາບ​ປະ​ກອບ: VNA)

ພາຍ​ຫຼັງ​ຜັນ​ຂະ​ຫຍາຍ​ມາ​ເປັນ​ເວ​ລາ 1 ປີ, ມີ​ການ​ຫັນ​ປ່ຽນ​ອັນ​ຕັ້ງ​ໜ້າ​ຫຼາຍ​ຢ່າງ​ໄດ້​ຮັບ​ການ​ຮັບ​ຮູ້. ອຳ​ນາດ​ການ​ປົກ​ຄອງ​ໃໝ່​ທຸກ​ຂັ້ນ​ໄດ້​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ໃໝ່, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ໃຫ້​ລຸ​ລ່ວງ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ. ກົງ​ຈັກ​ການ​ຈັດ​ຕັ້ງ​ໄດ້​ຊັບ​ຊ້ອນ​ໃຫ້​ກະ​ທັດ​ລັດ, ພາ​ລະ​ໜ້າ​ທີ່​ໄດ້​ກວດ​ກາ, ຫຼຸ​ດ​ຜ່ອນ​ການ​ຊັບ​ຊ້ອນ; ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ, ບໍ​ລິ​ຫານ.

ກ່ຽວ​ກັບ​ໝາກ​ຜົນ​ການ​ເຄື່ອນ​ໄຫວ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ຂັ້​ນ ຢູ່ນ​ະ​ຄອນ​ຫຼວງ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ດຶກ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ໝາກ​ຜົນ​ໃນ​ຕະ​ຫຼອດ​ໄລ​ຍະ 1 ປີ​ຜ່ານ​ມາ ໄດ້​ຢືນ​ຢັນ​ຮູບ​ແບບ​ລ​ະ​ບົບ​ການ​ເມືອງ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ຂັ້ນ​ແມ່ນ​ແຜນ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ, ສອດ​ຄ່ອງ​ກັບ​ສະ​ພາບ​ການ​ຕົວ​ຈິງ. ໃນ​ເບື້ອງ​ຕົ້ນ ທາງ​ນະ​ຄອນ​ໄດ້​ສ້າງວິ​ທີ​ຄຸ​້ມ​ຄອງ​ບໍ​ລິ​ຫານ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃກ້​ຊິດ​​ຕິດ​ແທດກັບ​ປະ​ຊາ​ຊົນ​ກວ່າ”.


top