ຂ່າວສານ

ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ການ​ພົວ​ພັນ ຫວຽດ​ນາມ - ຈີນ ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່

ຕອນບ່າຍວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປ. ຈີນ ຫຼີຊຽນ ໄດ້ເດີນທາງມາຮອດນະຄອນ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 12 – 14 ຕຸລາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ (ພາບ: TTXVN)

ໃນຕອນຄ່ຳຂອງວັນດຽວກັນ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໂຕເລິມ ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດໃນຖານະເປັນນາຍົກລັດຖະມົນຕີຂອງທ່ານ ຫຼີຊຽນ ນັ້ນ ແມ່ນມີຄວາມໝາຍອັນສຳຄັນ, ສືບຕໍ່ນຳການພົວພັນສອງພັກ, ສອງລັດນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ, ຮອບດ້ານ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ເປັນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນ ເນັ້ນໜັກວ່າ ຈີນ ຖືການພັດທະນາການພົວພັນກັບ ຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດກັບປະເທດບ້ານໃກ້ເຮືອນຄຽງ; ທ່ານຢັ້ງຢືນວ່າ ພັກ, ລັດຖະບານ ຈີນ ສະໜັບສະໜູນການປ່ຽນແປງໃໝ່, ພັດທະນາ ແລະ ສ້າງລັດທິສັງຄົມນິຍົມຂອງ ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ.

ໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່; ພ້ອມດຽວກັນນັ້ນ, ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ຮັກສາການຄ້າຊາຍແດນໃຫ້ລຸລ່ວງເຊື່ອມຈອດ, ຜັນຂະຫຍາຍການສ້າງຮູບແບບດ່ານຊາຍແດນອັດສະລິຍະ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງຂອບເຂດ “ສອງແລວ, ໜຶ່ງເສັ້ນທາງ” ດ້ວຍຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ”, ໃນນັ້ນ ໃຫ້ບຸລິມະສິດຊຸກຍູ້ການເຊື່ອມຈອດເສັ້ນທາງລົດໄຟ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເນັ້ນໜັກວ່າ ຈີນ ຈະເພີ່ມທະວີການເປີດປະຕູຕະຫຼາດສຳລັບຜະລິດຕະພັນກະເສດ ຫວຽດນາມ; ສະໜັບສະໜູນ ຫວຽດນາມ ເປີດຫ້ອງການສົ່ງເສີມການຄ້າແຫ່ງຕ່າງໆຢູ່ ຈີນ. ສອງຝ່າຍກໍເຫັນດີເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ລະບົບສະໜອງການຜະລິດ, ພັດທະນາສີຂຽວ, ຫັນເປັນດີຈີຕອນ....

ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍເຫັນດີຕໍ່ຄວາມສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສອງຝ່າຍ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ປະກົດຜົນເປັນຈິງ; ຕັ້ງໜ້າຊອກບັນດາວິທີການ, ມາດຕະການທີີ່ມີປະສິດທິຜົນ ເພື່ອຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ດີກວ່າ; ເພີ່ມທະວີການຮ່ວມມືທີ່ສົມກັບລະດັບການພົວພັນສອງຝ່າຍ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).


top