ເຫດການ ແລະ ບັນຫາ

ມະຕິ 71-NQ/TW: ເປີດທາງໃຫ້ແກ່ ຄວາມມຸ່ງມາດປາຖະໜາ ຫວຽດນາມ ທີ່ເຂັ້ມແຂງ

ຈາກຄຳສັ່ງສອນ ຂອງ ປະທານ ໂຮ່ຈີມິນ ທີ່ວ່າ: “ຊາດທີ່ໂງ່ຈ້າ ຄື ຊາດທີ່ອ່ອນແອ”, ພັກ ແລະ ລັດ ໄດ້ກຳນົດໃຫ້ການສຶກສາ ເປັນນະໂຍບາຍແຫ່ງຊາດ ອັນດັບໜຶ່ງມາໂດຍຕະຫຼອດ, ເປັນ ພື້ນຖານແຫ່ງ ການພັດທະນາ ຂອງຊາດ. ຕະຫຼອດໄລຍະເວລາ 80 ປີ, ນັບແຕ່ ຂະບວນການ “ລຶບລ້າງຄວາມໂງ່ຈ້າ” ຈົນເຖິງ ພາລະກິດ ການປ່ຽນແປງໃໝ່, ການສຶກສາ ຫວຽດນາມ ໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດປົດປ່ອຍ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຈາກຄຳສັ່ງສອນ ຂອງ ປະທານ ໂຮ່ຈີມິນ ທີ່ວ່າ: “ຊາດທີ່ໂງ່ຈ້າ ຄື ຊາດທີ່ອ່ອນແອ”, ພັກ ແລະ ລັດ ໄດ້ກຳນົດໃຫ້ການສຶກສາ ເປັນນະໂຍບາຍແຫ່ງຊາດ ອັນດັບໜຶ່ງມາໂດຍຕະຫຼອດ, ເປັນ ພື້ນຖານແຫ່ງ ການພັດທະນາ ຂອງຊາດ. ຕະຫຼອດໄລຍະເວລາ 80 ປີ, ນັບແຕ່ ຂະບວນການ “ລຶບລ້າງຄວາມໂງ່ຈ້າ” ຈົນເຖິງ ພາລະກິດ ການປ່ຽນແປງໃໝ່, ການສຶກສາ ຫວຽດນາມ ໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດປົດປ່ອຍ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ວັນທີ 22 ສິງຫາ 2025, ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ ຕາງໜ້າກົມການເມືອງ ລົງນາມປະກາດໃຊ້ ມະຕິ 71-NQ/TW ວ່າດ້ວຍ ການບຸກທະລຸ ພັດທະນາການສຶກສາ ແລະ ລຳລຸງສ້າງ, ສືບຕໍ່ ຢືນຢັນການສຶກສາ ເປັນກຳລັງຜັກດັນ ອັນສຳຄັນ ຕັດສິນອະນາຄົດ ຂອງ ປະເທດຊາດ, ເປັນ “ກຸນແຈ” ເພື່ອເຮັດໃຫ້ ຄວາມມຸ່ງມາດປາດຖະໜາ ຫວຽດນາມ ທີ່ເຂັ້ມແຂງ ກາຍເປັນຈິງ.

ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ບັນດາສະຫາຍ ການນຳພັກ, ລັດ ໄດ້ຢ້ຽມຊົມ ງານວາງສະແດງ “ຜົນງານດີເດັ່ນ ໃນຂະແໜງ ສາທາລະນະສຸກ ແລະ ການສຶກສາ”. ພາບ: ຖົ໋ງເຍິດ/VNA

ວັນທີ 16 ກັນຍາ 2025, ໃນການກ່າວຄຳປາໄສ ຕໍ່ກອງປະຊຸມ ທາງໄກ ເພື່ອຈັດຕັ້ງຜັນຂະຫຍາຍ 4 ມະຕິສຳຄັນ ຂອງ ກົມການເມືອງ, ສະຫາຍ ເລຂາທິການໃຫຍ່ ໂຕເລີມ ໄດ້ເນັ້ນໜັກວ່າ: ການລົງທຶນ ໃຫ້ການສຶກສາ ແມ່ນການລົງທຶນ, ບໍາລຸງສ້າງ, ເພີ່ມທະວີ  “ພະລັງ ແຫ່ງຊາດ”, ເປັນການລົງທຶນ ເພື່ອອະນາຄົດຂອງຊາດ. ດັ່ງນັ້ນ, ການສຶກສາ ແລະ ບຳລຸງສ້າງ ຕ້ອງໄດ້ຮັບການພັດທະນາ ຕາມຫຼັກການ ທີ່ວ່າ: “ຖືເອົາ ຄຸນນະພາບເປັນແກນຫຼັກ-ຖືເອົາຄູ ເປັນປັດໄຈສຳຄັນ-ຖືເອົາເຕັກໂນໂລຊີ ເປັນກຳລັງຜັກດັນ”.

ສະຫາຍ ເລຂາທິການໃຫຍ່ ໂຕເລີມ ພ້ອມດ້ວຍ ບັນດາ ຜູ້ແທນ ໄດ້ດຳເນີນພິທີ ເລີ່ມລົງມືກໍ່ສ້າງ ໂຮງຮຽນກິນນອນ ຊັ້ນປະຖົມ-ມັດທະຍົມຕອນຕົ້ນ ນາງອຍ (ແຂວງ ເງະອານ). ພາບ: ຈິ່ງຢຸຍຮຶງ/VNA
ສະຫາຍ ເລຂາທິການໃຫຍ່ ໂຕເລີມ ເປັນປະທານ ກອງປະຊຸມ ກ່ຽວກັບສະພາບ ການຜັນຂະຫຍາຍປະຕິບັດ ມະຕິເລກທີ 71–NQ/TW ລົງວັນທີ ສິງຫາ 2025 ຂອງ ກົມການເມືອງ ວ່າດ້ວຍ ການບຸກທະລຸ ພັດທະນາການສຶກສາ ແລະ ບຳລຸງສ້າງ. ພາບ: ຖົ໋ງເຍິດ/VNA

ມະຕິ 71 ໄດ້ກໍານົດເປົ້າໝາຍຮອດປີ 2045, ຫວຽດນາມ ຈະມີ ລະບົບການສຶກສາແຫ່ງຊາດ ທີ່ທັນສະໄໝ, ມີຄວາມສະເໝີພາບ ແລະ ມີຄຸນນະພາບ, ຕິດອັນດັບໃນກຸ່ມ 20 ປະເທດ ຊັ້ນນໍາ ຂອງໂລກ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ມະຕິ 71 ໄດ້ກໍານົດ ຄວາມຮຽກຮ້ອງ ຕ້ອງການ ໃນການ ປ່ຽນແປງໃໝ່ ຢ່າງແຮງກ້າ ຕໍ່ກົດບັນຍັດ, ສ້າງກົນໄກ, ນະໂຍບາຍສະເພາະ, ແຫຼ່ງທຶນລົງທຶນ ທີ່ເໜືອກວ່າ ເພື່ອ ພັດທະນາ ການສຶກສາແລະບຳລຸງສ້າງ. ມະຕິ 71 ໄດ້ກຳນົດ ຢ່າງຈະແຈ້ງ ກ່ຽວກັບການຮັບປະກັນ ຈັດສັນງົບປະມານ ແຫ່ງລັດຢ່າງໜ້ອຍ 20% ສໍາລັບການສຶກສາ ແລະ ບຳລຸງສ້າງ, ໃນນັ້ນຢ່າງໜ້ອຍ 5% ແມ່ນສຳລັບການລົງທຶນ ແລະ 3% ສຳລັບການສຶກສາ ຂັ້ນມະຫາວິທະຍາໄລ. ນີ້ແມ່ນ ຄໍາໝັ້ນສັນຍາ ທີ່ເຂັ້ມແຂງ, ສ້າງພື້ນຖານ ການເງິນ ທີ່ໝັ້ນຄົງ ໃຫ້ແກ່ການພັດທະນາ ການສຶກສາ, ພ້ອມທັງ ເປີດກົນໄກ ໃຫ້ທົ່ວສັງຄົມ ຮ່ວມກັນເບິ່ງແຍງພາລະກິດ “ສ້າງຄົນ”. 

ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ໃຫ້ຮູ້ວ່າ ນີ້ແມ່ນໂອກາດພິເສດ ເພື່ອໃຫ້ ການສຶກສາ ຫວຽດນາມ ພັດທະນາ ຢ່າງກ້າວກະໂດດ, ເມື່ອການສຶກສາ ບໍ່ພຽງແຕ່ເປັນໜ້າທີ່ ຂອງ ຂະແໜງການເທົ່ານັ້ນ, ແຕ່ຍັງໄດ້ກາຍເປັນຈຸດໃຈກາງ ໃນ ຍຸດທະສາດ ພັດທະນາແຫ່ງຊາດ ອີກດ້ວຍ.

ປະຊາຊົນ ຢ້ຽມຊົມ, ຊອກຮູ້ ກ່ຽວກັບ ຫຸ່ນຍົນ ຢູ່ ຫ້ອງວາງສະແດງ ຂອງ ກະຊວງສຶກສາ ແລະ ບຳລຸງສ້າງ ໃນງານວາງສະແດງ ຜົນສຳເລັດຂອງປະເທດ “80 ປີ ເອກະລາດ-ເສລີພາບ-ຄວາມສຸກ”. ພາບ: ຮວ່າງຮ໋ຽວ/VNA

ນະໂຍບາຍສະເພາະຕ່າງໆ ພວມໄດ້ຮັບການຜັນຂະຫຍາຍ ຢ່າງຄົບຊຸດ, ສະແດງໃຫ້ເຫັນເຖິງຄຸນຄ່າແຫ່ງມະນຸດສະທຳ ອັນເລິກເຊິ່ງ ຂອງຊາດ ທີ່ໃຫ້ຄວາມສໍາຄັນແກ່ຄວາມຮູ້ ແລະ “ບໍ່ປະໃຜໄວ້ ໃຫ້ຢູ່ ຂ້າງຫຼັງ”. ເຊິ່ງພົ້ນເດັ່ນໃນນັ້ນແມ່ນ ນັບແຕ່ ສົກຮຽນ 2025-2026 ລັດ ໄດ້ລົງທຶນກໍ່ສ້າງ ໂຮງຮຽນກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ 248 ແຫ່ງ ຢູ່ບັນດາ ຕາແສງຊາຍແດນທາງບົກ, ສະໜັບສະໜູນ ອາຫານທ່ຽງ ສໍາລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ເຂດ ຫຍຸ້ງຍາກ, ບຸລິມະສິດ ຢູ່ບັນດາຕາແສງຊາຍແດນ ເຂດພູດອຍ. ສະເພາະນະຄອນຫຼວງ ຮ່າໂນ້ຍ, ມີນັກຮຽນ ຊັ້ນປະຖົມ ປະມານ 768.000 ຄົນ (ທັງໂຮງຮຽນລັດ ແລະ ເອກະຊົນ) ທີ່ໄດ້ຮັບຜົນປະໂຫຍດ ຈາກນະໂຍບາຍນີ້.

ສໍາລັບຄູອາຈານ, ມະຕິ 71 ໄດ້ນໍາສະເໜີ ຫຼາຍນະໂຍບາຍ ບຸກທະລຸ, ໃນນັ້ນເພີ່ມເງິນອຸດໜູນ ອາຊີບ ຢ່າງໜ້ອຍ 70% ສໍາລັບ ຄູອະນຸບານ ແລະ ສາມັນສຶກສາ; ຢ່າງໜ້ອຍ 30% ສໍາລັບພະນັກງານ ແລະ 100% ສໍາລັບຄູອາຈານ ຢູ່ເຂດ ທີ່ຫຍຸ້ງຍາກພິເສດ, ເຂດຊາຍແດນ, ເກາະດອນ, ເຂດຊົນເຜົ່າ ສ່ວນໜ້ອຍ. ນີ້ແມ່ນບາດກ້າວ ທີ່ ສະແດງ ເຖິງຄວາມເຄົາລົບ ແລະ ເອົາໃຈໃສ່ຢ່າງເລິກເຊິ່ງ ຂອງ ພັກ ແລະ ລັດ ຕໍ່ຜູ້ທີ່ປູກຝັງຄວາມຮູ້.

ມະຕິ 71 ໄດ້ວາງອອກ ຫຼາຍນະໂຍບາຍ ບຸກທະລຸ, ໃນນັ້ນເພີ່ມ ເງິນອຸດໜູນ ອາຊີບ ໃຫ້ພະນັກງານ, ຄູອະນຸບານ, ສາມັນສຶກສາ ຢູ່ເຂດ ທີ່ຫຍຸ້ງຍາກພິເສດ, ເຂດຊາຍແດນ, ເກາະດອນ, ເຂດຊົນເຜົ່າສ່ວນໜ້ອຍ. ພາບ: ກວັກແຄ໋ງ/VNA
ນັບແຕ່ ສົກຮຽນ 2025 - 2026, ລັດ ໃຫ້ການສະໜັບສະໜູນ ອາຫານທ່ຽງ ສໍາລັບນັກຮຽນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ເຂດ ຫຍຸ້ງຍາກ, ບຸລິມະສິດ ຢູ່ບັນດາຕາແສງ ຊາຍແດນ ເຂດພູດອຍ. ໃນພາບ: ອາຫານທ່ຽງ ສໍາລັບນັກຮຽນ ຢູ່ໂຮງຮຽນສາມັນສຶກສາ ກິນນອນ ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຊີ໋ນຈ໊າຍ (ແຂວງ ຕວຽນກວາງ). ພາບ: ດຶກຖໍ້/VNA

ບໍ່ພຽງແຕ່ສະໜັບສະໜູນຄູອາຈານ ເທ່ົານັ້ນ, ມະຕິ 71 ຍັງໄດ້ ວາງນະໂຍບາຍ ລະດົມຜູ້ທີ່ມີຄວາມຮູ້ຄວາມສາມາດ ຢູ່ນອກ ຄູອາຈານ ໃຫ້ເຂົ້າມາມີສ່ວນຮ່ວມ ໃນການສິດສອນ ຢູ່ບັນດາ ສະຖານການສຶກສາ ແລະ ສົ່ງເສີມບັນດາຜູ້ຊ່ຽວຊານ ເປັນປະທານ ໃນການຄົ້ນຄວ້າ ວິທະຍາສາດ ໃນໂຮງຮຽນ ຕ່າງໆ. ກົນໄກເຫຼົ່ານີ້ ຫວັງວ່າ ຈະ ຊວຍຫຼຸດຜ່ອນ ຄວາມແຕກໂຕນ ລະຫວ່າງ ການສຶກສາ ໃນເຂດທີ່ອໍານວຍ ຄວາມສະດວກ ແລະ ເຂດທີ່ຫຍຸ້ງຍາກ.

ໂຮງຮຽນ​ອະນຸບານ ​ແລະ ​ໂຮງຮຽນ​ປະຖົມ ຈີ​ລັງເບີ ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ ດ່າ ​ໃນ​ຕາ​ແສງ ຕຽນ​ຟອງ (​ແຂວງ ຟູ໋​ເຖາະ). ພາບ: ຈ້ອງດາດ/VNA

ດ້ວຍວິໄສທັດ ຍຸດທະສາດ, ການກໍານົດທິດທາງ ທີ່ຊັດເຈນ ແລະ ຄໍາໝັ້ນສັນຍາ ທີ່ແຮງກ້າ ກ່ຽວກັບແຫຼ່ງທຶນ, ມະຕິ 71-NQ/TW ບໍ່ພຽງແຕ່ເປັນຈຸດຫັນປ່ຽນຄັ້ງໃຫຍ່ ຂອງ ຂະແໜງການສຶກສາເທົ່ານັ້ນ, ແຕ່ຍັງເປັນແຜນຍຸດທະສາດ ສໍາລັບຄວາມມຸ່ງມາດປາຖະ ໜາ ເຮັດໃຫ້ຫວຽດນາມ ເຂັ້ມແຂງ, ທຸກຄົນໄດ້ຮັບການສຶກສາ, ພັດທະນາ ຢ່າງຮອບດ້ານ ແລະ ປະກອບສ່ວນ ເຂົ້າໃນອະນາຄົດ ທີ່ ວັດ ທະນາຖາວອນ ແລະ ພູມປັນຍາ ຂອງ ປະເທດຊາດ.

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


top