ຂ່າວສານ

ມອບ​ບັດ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເຂດ​ພາ​ຍຸ​ນ້ຳ​ຖ້ວມ

ອົງການປະກັນສັງຄົມ ຫວຽດນາມ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຫົວໜ່ວຍອຸປະຖຳ ຈັດການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມໃນບໍລິເວນ.
ການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພາຍຸນ້ຳຖ້ວມ (ພາບ: TTXVN)

ວັນທີ 11 ທັນວາ, ຢູ່ຄະນະກຳມະການປະຊາຊົນຕາແສງ ຝູ່ໝີບັກ (ແຂວງ ຢາລາຍ), ອົງການປະກັນສັງຄົມ ຫວຽດນາມ  ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຫົວໜ່ວຍອຸປະຖຳ ຈັດການມອບບັດປະກັນສຸຂະພາບໃຫ້ແກ່ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມໃນບໍລິເວນ. ຕາມນັ້ນແລ້ວ, ມີປະຊາຊົນ ປະສົບກັບຄວາມຫຍຸ້ງຍາກຢູ່ເຂດພາຍຸນ້ຳຖ້ວມ 110 ຄົນຢູ່ຕາແສງ ຝູ່ໝີບັກ ໄດ້ຮັບບັດປະກັນສຸຂະພາບ, ພ້ອມທັງ, ອົງການປະກັນສັງຄົມ ກໍ່ໄດ້ມອບເງິນໜູນຊ່ວຍເປັນຈຳນວນ 50 ລ້ານດົ່ງ ເພື່ອໃຫ້ທ້ອງຖິ່ນສົ່ງໄປຍັງ ບັນດາຄອບຄົວຖືກຜົນສະທ້ອນຢ່າງໜັກໜ່ວງເພື່ອປະກອບສ່ວນຊ່ວຍເຂົາເຈົ້າແກ້ໄຂຄວາມຫຍຸ້ງຍາກໃນສະເພາະໜ້າ. ປັດຈຸບັນທົ່ວແຂວງ ຢາລາຍລະດົມບັດປະກັນສຸຂະພາບໄດ້ກ່ວາ 2000 ບັດ (ມີມູນຄ່າປະມານ 1,2 ຕື້ດົ່ງ) ຈາກການປະກອບສ່ວນຂອງທະນາຄານຈຳນວນໜຶ່ງເພື່ອມອບໃຫ້ປະຊາຊົນ.


top