ຂ່າວສານ

ມອບ​ຂໍ້​ຕົກ​ລົງ​ຂອງ​ ປະ​ທານ​ປະ​ເທດ ໃຫ້​ນາຍ​ທະ​ຫານ​ສອງ​ຄົນ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ຕອນ​ເຊົ້າ​ວັນ​ທີ 10 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ແກ່​ນາຍ​ທະ​ຫານ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສອງ​ຄົນ ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ.
​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ແກ່​ນາຍ​ທະ​ຫານ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສອງ​ຄົນ ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 10 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ແກ່​ນາຍ​ທະ​ຫານ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສອງ​ຄົນ ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ. ໃນ​ນັ້ນ, ຮ້ອຍ​ເອກ ຫງວຽນ​ງອກ​ແອັງ, ກົມ​ຮັກ​ສາ​ສັນ​ຕິ​ພາບ​ ຫວຽດ​ນາມ, ໄດ້​ຮັບ​ໜ້າ​ທີ່​ເປັນ​ນາຍ​ທະ​ຫານ​ເສ​ນາ​ທິ​ການ​ໃຫຍ່​ພາ​ລາ​ທິ​ການ​ຢູ່​ຄະ​ນະ​ປະ​ຕິ​ບັດ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຊົ່ວ​ຄາວ​ຂອງ ສ​ປ​ຊ ຢູ່​ເຂດ Abyei (UNISFA); ຮ້ອຍ​ເອກ ຫງວຽນ​ວັນ​ນາມ, ໂຮງ​ຮຽນ​ນາຍ​ທະ​ຫານ​ປ້ອງ​ກັນເຄ​ມີ, ເຫຼົ່າ​ທັບ​ເຄ​ມີ ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ສັງ​ເກດ​ການ​ທີ່​ຄະ​ນະ​ປະ​ຕິ​ບັດ​ງານ ຢູ່​ຊູ​ດັງ​ໃຕ້ (UNMISS). ໂດຍ​ເປັນ​ປະ​ທານ​ພິ​ທີ, ທ່ານ​ພົນ​ໂທ ຝຸ່ງ​ຊີ​ເຕິນ, ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ກວ່າ 12 ປີ​ຜ່ານ​ມາ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ​ຮ້ອຍ​ເອກ ຫງວຽນ​ງອກ​ແອັງ ແລະ ຮ້ອຍ​ເອກ​ຫງວຽນ​ວັນ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຂອງ ຫວຽດ​ນາມ, ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ​ຢ່າງ​ດີ​ເດັ່ນ.


top