ລັດຖະບານ ອາເມລິກາ ໄດ້ຕົກລົງສະໜອງບ້ວງເງິນອຸປະຖຳສຸກເສີນຈຳນວນ 1,25 ລ້ານ USD ຜ່່ານອົງການ CRS ປະຈຳ ຫວຽດນາມ ໃຫ້ແກ່ບັນດາແຂວງ ກວາງງ້າຍ, ຢາລາຍ ແລະ ດັກລັກ.
ພິທີມອບເງິນອຸປະຖຳຟື້ນຟູໄພທຳມະຊາດ
ວັນທີ 23 ທັນວາ, ຢູ່ແຂວງ ຢາລາຍ, ກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ) ໄດ້ສົມທົບກັບສະຖານກົງສູນ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ແລະ ອົງການ CRS ປະຈຳ ຫວຽດນາມ ຈັດພິທີມອບເງິນອຸປະຖຳຟື້ນຟູໄພທຳມະຊາດໃຫ້ແກ່ປະຊາຊົນຢູ່ແຂວງທາງພາກກາງຈຳນວນໜຶ່ງ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຕຽນ, ຮອງຫົວໜ້າກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ ໄດ້ສົ່ງຄຳຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ອາເມລິກາ, ອົງການ CRS ທີ່ໄດ້ໜູນຊ່ວຍປະຊາຊົນ ຫວຽດນາມ ຢ່າງທັນການ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ເປັນປົກກະຕິພາຍຫຼັງໄພທຳມະຊາດໂດຍໄວ.
ຕໍ່ບັນດາຄວາມເສຍຫາຍຢ່າງໜັກໜ່ວງຍ້ອນໄພທຳມະຊາດນັ້ນ, ລັດຖະບານ ອາເມລິກາ ໄດ້ຕົກລົງສະໜອງບ້ວງເງິນອຸປະຖຳສຸກເສີນຈຳນວນ 1,25 ລ້ານ USD ຜ່່ານອົງການ CRS ປະຈຳ ຫວຽດນາມ ໃຫ້ແກ່ບັນດາແຂວງ ກວາງງ້າຍ, ຢາລາຍ ແລະ ດັກລັກ.
ແລະກໍ່ໃນວັນດຽວກັນ, ຄະນະບັນຊາການທະຫານຊາຍແດນນະຄອນ ດ່ານັ້ງ ໄດ້ຈັດສົ່ງພະນັກງານ, ນັກຮົບ 50 ຄົນເຂົ້າຮ່ວມການໜູນຊ່ວຍກໍ່ສ້າງເຮືອນຢູ່ຊ່ວຍປະຊາຊົນຢູ່ເຂດຊາຍແດນ. ຕາມນັ້ນແລ້ວ, ນັບແຕ່ນີ້ຮອດວັນທີ 31 ມັງກອນ 2026, ທະຫານຊາຍແດນທາງນະຄອນ ຈະກໍ່ສ້າງເຮືອນຢູ່ 5 ຫຼັງ ຊ່ວຍໃຫ້ 5 ຄອບຄົວຊາວເຜົ່າ ເກີຕູ ຢູ່ຕາແສງ ໄຕຢາງ, ນະຄອນ ດ່ານັ້ງ. ນີ້ແມ່ນບັນດາຄອບຄົວທີ່ເຮືອນຖືກພັງຖະຫຼົ່ມໃນເຫດຝົນຕົກ, ນ້ຳຖ້ວມທີ່ແກ່ຍາວເມື່ອເດືອນ ຕຸລາ, ພະຈິກ ຜ່ານມາ.