ຕາມເລື່ອງເລົ່າສືບທອດກັນມາ, ຟ້ອນ ແຊ່ວ ມີມາເມື່ອ
ຕາມເລື່ອງເລົ່າສືບທອດກັນມາ, ຟ້ອນ ແຊ່ວ ມີມາເມື່ອປະມານ 10 ສະຕະວັດກ່ອນ, ເບື້ອງຕົ້ນເປັນພຽງການເຄື່ອນໄຫວ ແບບງ່າຍໆ ໃຫ້ຜູ້ຄົນຈັບມືກັນ ຂັບໄລ່ຄວາມຢ້ານກົວ ຢູ່ເຂດພູຜາປ່າດົງ ໃນຍາມຄໍ່າຄືນ,ຫຼັງຈາກນັ້ນ ໄດ້ກາຍເປັນ ວາດຟ້ອນ ໃນໂອກາດ ສ້າງບ້ານແປງເມືອງ ແລະ ໄດ້ນຳໄປສະແດງ ຮັບໃຊ້ ບັນດາ ເຈົ້າກົກ ເຈົ້າເຫຼົ່າ ແລ້ວຄ່ອຍໆ ພັດທະນາ ກາຍເປັນວາດຟ້ອນ ທີ່ມີຊື່ສຽງ ຂອງ ຊາວເຜົ່າໄທ ຢູ່ ພາກຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ. ໃນເດືອນ ທັນວາ ປີ 2021, ສິລະປະ ແຊ່ວ ຂອງຊາວເຜົ່າ ໄທ ໄດ້ ຢູແນັສໂກ ຮັບຮອງເປັນ ມໍລະດົກ ທີ່ເປັນນາມມະທຳ ຂອງ ມວນມະນຸດ.
ຖິ່ນກໍາເນີດ ຟ້ອນ ແຊ່ວ ຂອງຊາວເຜົ່າ ໄທ
ຕາມໜັງສືໃບລານເກົ່າຫຼາຍສະບັບ ຂອງ ຊາວເຜົ່າ ໄທ ພາກຕາ ເວັນຕົກສ່ຽງເໜືອ, ໃນລະຫວ່າງສະຕະວັດທີ X, ເຈົ້າກົກເຈົ້າເຫຼົ່າຢູ່ເຂດເມືອງ ລໍ່ (ບໍລິເວນແຂວງ ອຽນບ໋າຍ ໃນປັດຈຸບັນ) ແມ່ນ ລາກ ເຈື້ອງ ໄດ້ປະດິດສິລະປະ ຟ້ອນແຊ່ວ ຂອງ ຊາວເຜົ່າ ໄທ ຂຶ້ນມາ. ແມ່ນເພິ່ນເອງ ໄດ້ນຳຊາວເຜົ່າ ໄທ ໄປຍັງເຂດເມືອງ ຊໍ (ເມືອງ ຟອງໂຖ, ແຂວງ ລາຍເຈົາ ໃນປັດຈຸບັນ) ເພື່ອການບຸກເບີກ ຖາກ ຖາງທີ່ດິນ ສ້າງຕັ້ງບ້ານເມືອງ. ຕາມເລື່ອງເລົ່າ ສືບທອດກັນມາວ່າ ດິນແດນແຫ່ງໃໝ່ນີ້ ເປັນບ່ອນ ທີ່ວາດຟ້ອນ ແຊ່ວ ພັດທະນາ ຈະ ເລີນຮຸ່ງເຮືອງ ແລະ ແຜ່ຂະຫຍາຍໄປທົ່ວເຂດຕາເວັນຕົກສ່ຽງເໜືອ.
ເບື້ອງຕົ້ນ, ວາດຟ້ອນ ແຊ່ວ ໂດຍ ລາກເຈື້ອງ ສອນໃຫ້ປະຊາຊົນ ພຽງງ່າຍໆ ຄື ໃຫ້ບ່າວສາວ ຈັບມືກັນ ຢືນເປັນວົງ ອ້ອມກອງໄຟ ແລ້ວ ທັງຟ້ອນລຳທັງຮ້ອງໂຮ່ ຕາມຈັງຫວະ ເພື່ອຂັບໄລ່ສັດຮ້າຍ, ປັດເປົ່າຄວາມຢ້ານກົວ, ສະແດງໃຫ້ເຫັນ ຄວາມສາມັກຄີ ໃນຊຸມ ຊົນ. ຕໍ່ມາ, ເພື່ອເຮັດໃຫ້ ແຊ່ວ ມີຊີວິດຊີວາຍິ່ງຂຶ້ນ, ຊາວເຜົ່າ ໄທ ໄດ້ສ້າງເຄື່ອງເສບຊ່ວຍຕື່ມອີກຄື: ພິນຕິ໋ງ, ຊໍອູ້, ຄ້ອງ ແລະ ແສ່ງ. ນັບແຕ່ນັ້ນມາ, ແຊ່ວ ໄດ້ຮັບການສະແດງໃນ ການເຄື່ອນໄຫວ ວັດທະນະທຳ ເກືອບທຸກຄັ້ງ ຂອງຊາວເຜົ່າ ໄທ ເຊັ່ນ: ງານຂຶ້ນເຮືອນໃໝ່, ງານແຕ່ງດອງ, ງານຂໍ ໄປຈົນເຖິງບັນດາງານບຸນໃຫຍ່ຂອງບ້ານ. ດ້ວຍເຫດນັ້ນ, ຊາວ ເມືອງລໍ່ ມີຄວາມເຊື່ອວ່າ ວົງ ແຊ່ວ ຍິ່ງກວ້າງ, ຍິ່ງຄຶກຄື້ນ ປີນັ້ນລະດູການ ຈະໄດ້ຮັບຜົນດີ, ຊີວິດການ ເປັນຢູ່ ຈະອີ່ມໜຳສຳລານ, ຊາວບ້ານ ຈະມີຄວາມສຸກ.
ຕາມນັກສິລະປິນ ຫຼໍ່ວັນບ໋ຽນ, ຢູ່ຕາແສງ ຈຸງເຕິມ, ເທດສະບານ ເງ້ຍໂລ້-ຜູ້ຄົ້ນຄວ້າສະເພາະ ກ່ຽວກັບວັດທະນະທຳ ຂອງ ຊາວເຜົ່າ ໄທ ຢູ່ ເມືອງລໍ່ ໃຫ້ຮູ້ວ່າ: ປັດຈຸບັນ ແຊ່ວມີ 36 ວາດຟ້ອນ, ແຕ່ມີ ຕົ້ນກຳເນີດ, ດັດປ່ຽນ ມາຈາກ 6 ວາດຟ້ອນ ແຊ່ວບູຮານ. 6 ວາດ ຟ້ອນ ແຊ່ວບູຮານນີ້ ບໍ່ພຽງແຕ່ເພື່ອການສະແດງ ເທ່ົານັ້ນ, ແຕ່ຍັງ ສະແດງ ໃຫ້ເຫັນ ທັດສະນະຄວາມຮັບຮູ້ ກ່ຽວກັບ ແບບແຜນການ ດຳເນີນຊີວິດ ແລະ ແນວຄວາມຄິດ ຂອງ ຊາວເຜົ່າ ໄທ ຕັ້ງແຕ່ ຫຼາຍເຊັ່ນຄົນມາແລ້ວ ຕົວຢ່າງ: ວາດຟ້ອນ “ແຊ໋ ວ່ອງ” ສະແດງໃຫ້ເຫັນ ຄວາມສາມັກຄີ, ຄວາມສະໜິດຕິດພັນ ໃນຊຸມຊົນ; ວາດ ຟ້ອນ “ເຊີນເຫຼົ້າ” ສະແດງ ໃຫ້ເຫັນຄວາມ ຮັກແຂກ ແພງຄົນ, ເມື່ອ ແຂກ ມາຢາມເຮືອນ ຕ້ອງມີຈອກເຫຼົ້າ ເຊີນແຂກ; ວາດຟ້ອນ “ໂດນ ໂຮນ” ສະແດງໃຫ້ເຫັນວ່າ ເຖິງຈະມີການຜັນແປ ແຕ່ປະຊາຊົນ ໃນຕະກຸນ ດຽວກັນ ຍັງບໍ່ອອກຈາກກັນ; ວາດຟ້ອນ “ໂຍນຜ້າ” ແມ່ນ ວາດ ຟ້ອນແຊ່ວ ທີ່ມີຄວາມຄຶກຄື້ນ, ມີສີສັນສົດໃສ, ສະແດງອອກມາ ຄວາມເບີກບານມ່ວນຊື່ນ ໃນງານແຕ່ງດອງ, ຂຶ້ນເຮືອນໃໝ່; ວາດຟ້ອນ “ອ້ອມລ້ອມ ຕົບມື” ສະແດງໃຫ້ເຫັນຄວາມສົມຫວັງ, ອີ່ມໜຳສຳລານ...
ກະດິ່ງ, ກອງ ແລະ ກະບອກໄມ້ໄຜ່ ເພື່ອສ້າງຈັງຫວະ ໃນ ງານບຸນ ແຊ່ວ ຂອງ ຊາວເຜົ່າ ໄທ ຢູ່ ພາກຕາເວັນຕົກສ່ຽງເໜືອ. ພາບ: ເອກະສານ VNP
ກ່ອນໄຊຊະນະ ດ້ຽນ ບຽນຝູ (1954), ຊາວເຜົ່າ ໄທ ທົ່ວເຂດ ເມືອງ ຊໍ ແມ່ນຢູ່ພາຍໃຕ້ ການປົກຄອງຂອງ “ກະສັດ” ແດ່ວວັນເອິນ, ເຈົ້າເມືອງ ຜູ້ທ່ີເຕັມໄປດ້ວຍຄວາມຮັກ ແລະ ມັກວາດຟ້ອນ ແຊ່ວ, ເພາະສະນັ້ນ ໃນເຂດ ເມືອງຊໍ ຈິ່ງມີຄະນະ ແຊ່ວ ຫຼາຍຮ້ອຍຄະນະ ແລະ ຈັດງານບຸນ ແຊ່ວ ຂຶ້ນເປັນປະຈຳ. ໃນໂອກາດ ຈັດງານບຸນ ແຊ່ວ, ບັນດາບ່າວສາວ ທີ່ມາຈາກໝູ່ບ້ານຕ່າງໆ ຂອງ ຊາວເຜົ່າ ໄທ ໄດ້ເຕົ້າໂຮມກັນ ຢູ່ແຄມຝັ່ງ ແມ່ນໍ້າ ເນີ້ມນາ ເພື່ອທຳຄວາມລື້ງເຄີຍ ແລະ ຟ້ອນ ແຊ່ວ ນຳກັນ. ຍາມຄໍ່າຄືນ, ສຽງເພງຫາໝູ່, ສຽງ ພິນຕິ໋ງ ທີ່ອ່ອນຊ້ອຍ ພາຍໃຕ້ ແສງສະຫວ່າງ ຈາກກອງໄຟ ເຮັດ ໃຫ້ລາຕີການ ຂອງ ວົງຟ້ອນແຊ່ວ ເຕັມໄປດ້ວຍ ຄວາມມ່ວນຊື່ນ ແລະ ວົງ ແຊ່ວ ຍິ່ງເດິກ ຍິ່ງໃຫຍ່ຂຶ້ນ ເບິ່ງຄືວ່າ ຈະບໍ່ມີວັນສິ້ນສຸດ.
ສຈ.ປອ ຫງວຽນທິຮ່ຽນ, ອະດີດຮອງຫົວໜ້າສະຖາບັນ ສິລະປະ ວັດທະນະທຳ ແຫ່ງຊາດ ຫວຽດນາມ ເຫັນວ່າ ໂດຍພື້ນຖານ, ແຊ່ວ ມີ 3 ປະເພດຄື: ແຊ່ວພິທີການ, ແຊ່ວສະແດງ ແລະ ແຊ່ວວົງ. ນັບແຕ່ປີ 1990 ມາຮອດປັດຈຸບັນ, ບັນດາຄະນະແຊ່ວ ຂອງ ຊາວເຜົ່າໄທ ໄດ້ມີການພັດທະນາຢ່າງແຮງ, ໃນປີ 2019 ແຂວງ ອຽນບ໋າຍ ມີຄະນະ ແຊ່ວປະມານ 180 ຄະນະ, ແຂວງ ດ້ຽນບຽນ ມີ 1.273 ຄະນະ, ແຂວງ ລາຍເຈົາ ມີ 100 ຄະນະ ແລະ ແຂວງ ເຊີນລາ ມີປະມານ 1.700 ຄະນະ... ສ້າງເປັນກຳລັງທີ່ເຂັ້ມແຂງ ໃນການສະແດງ ແລະ ຕົກທອດ ແລະ ຖ່າຍທອດສິລະປະ ແຊ່ວ.
ອາດເວົ້າໄດ້ວ່າ, ສະໄໝ ຝຣັ່ງ ປົກຄອງ, ຈາກວາດຟ້ອນ ທີ່ມີ ລັກ ສະນະທົ່ວໄປ, ແຊ່ວ ໄດ້ກາຍເປັນ “ວາດຟ້ອນໃນ ພະລາຊະວັງ” ໄດ້ນຳໄປສະແດງຮັບໃຊ້ ບັນດາເຈົ້າກົກເຈົ້າເຫຼົ່າ ພາກຕາເວັນຕົກ ສ່ຽງເໜືອ ແລະ ອາດຍາເຈົ້ານາຍຊາວ ຝຣັ່ງ. ມື້ລາງສິລະປິນ ລໍ່ທິ ແຟ້ ຜູ້ເຄີຍຮັບໃຊ້ໃນຄະນະແຊ່ວ ຂອງກະສັດ ແດ່ວວັນເອິນ ໃນເມື່ອກ່ອນ ໃຫ້ຮູ້ວ່າ: ຄະນະແຊ່ວ ແຖບ ເມືອງຊໍ ກ່ອນປີ 1954 ໄດ້ຕິດຕາມຊາວ ຝຣັ່ງ ໄປ ປາຣີ (ຝຣັ່ງ) ເພື່ອທຳການສະແດງ ແຊ່ວ ດອກໄມ້, ແຊ່ວ ກຸບ, ແຊ່ວ ຜ້າພັນຄໍ, ແຊ່ວ ດອກບານ (Bauhinia) ... ໄດ້ດຶງດູດຈັບໃຈ ຊາວຕາເວັນຕົກ ໃນຄາວນັ້ນເປັນພິເສດ.
ຜ່ານຜ່າການຜັນແປປ່ຽນແປງຂອງວັນເວລາ, ແຕ່ ເມືອງ ລໍ່, ເມືອງຊໍ ມາຮອດປັດຈຸບັນ, ແຊ່ວ ໄດ້ໄດ້ພັດທະນາຢ່າງສະຫງ່າງາມ ກາຍເປັນ “ຊັບສົມບັດ” ວັດທະນະທຳ ຂອງຊາວເຜົ່າ ໄທ ແລະ ເປັນວາດຟ້ອນ ທີ່ມີລັກສະນະສັນຍະລັກແຫ່ງຄວາມສາມັກຄີ ຂອງ ບັນດາເຜົ່າຢູ່ພາກຕາເວັນຕົກສ່ຽງເໜືອ..
ທ່ອງທ່ຽວແຖບດິນ ແຊ່ວ
ປັດຈຸບັນ ຢູ່ພາກຕາເວັນຕົກສ່ຽງເໜືອ ມີ 4 ເຂດ ທີ່ມີ ຊາວເຜົ່າ ໄທ ດຳລົງຊີວິດຢູ່ ຢ່າງໜາແໜ້ນຄື: ເມືອງແທງ (ແຂວງ ດ້ຽນບຽນ), ເມືອງລໍ່ (ແຂວງ ອຽນບ໋າຍ), ເມືອງທານ (ແຂວງ ລາຍເຈົາ) ແລະ ເມືອງເຕິກ (ແຂວງ ເຊີນລາ). ຢູ່ທີ່ນີ້ ມີຄະນະ ແຊ່ວ ທີ່ມີຊື່ສຽງ, ດັ່ງນັ້ນເມື່ອມາຍັງທີ່ນີ້, ນັກທ່ອງທ່ຽວ ຈະມີໂອກາດໄດ້ເຂົ້າຮ່ວມມ່ວນຊື່ນກັບ “ງານລ້ຽງ ແຊ່ວ” ທີ່ເປັນເອກະລັກ ຂອງຊາວທ້ອງຖິ່ນ, ເພາະເບິ່ງຄືວ່າ ຢູ່ບ່ອນໃດ ມີຊາວເຜົ່າ ໄທ ດຳລົງຊີວິດ ຢູ່ທີ່ນັ້ນຈະມີສິລະປະຟ້ອນ ແຊ່ວ.
ທ່ານນາງ ໂດ໊ທິເຕິກ, ນັກຄົ້ນຄ້ວາເກັບກຳ ກ່ຽວກັບວັດທະນະທຳ ພື້ນເມືອງ ແຂວງ ລາຍເຈົາໃຫ້ຮູ້ວ່າ ແຊ່ວ ຄ້ອງ ແມ່ນງານບຸນໃຫຍ່ ທີສຸດ ຂອງ ວົງຄະນະຍາດ ຊາວເຜົ່າ ໄທ ຢູ່ ພາກຕາເວັນຕົກສ່ຽງ ເໜືອເວົ້າລວມ ແລະ ຢູ່ເມືອງທານເວົ້າສະເພາະ ໃນລະດູບານໃໝ່. ຊາວເຜົ່າ ໄທຂາວ ຈັດງານບຸນແຊ່ວ ຄ້ອງ ເພື່ອອະທິຖານໃຫ້ດິນຟ້າອາກາດເອື້ອອຳນວຍ, ຜົນລະປູກໄດ້ຮັບຜົນດີ ແລະ ຊາວບ້ານ ໄດ້ຢູ່ເຢັນເປັນສຸກ. ງານບຸນແຊ່ວ ຄ້ອງ ມີຊື່ສຽງເຖິງຂັ້ນ ໄດ້ທຽບໃສ່ “ງານລ້ຽງ ແຊ່ວ”, ຍ້ອນວ່າງານບຸນ ແຊ່ວຄ້ອງ ມີຫຼາຍວາດຟ້ອນທີ່ດຶງດູດຈັບໃຈ, ຄືກັນກັບງານລ້ຽງທີ່ມີອາຫານແຊບໆ ຫຼາຍເຍື່ອງ.
ທ່າມກາງສຽງພິນຕິ໋ງ ປະສານກັບສຽງຫົວ ຂອງ ບ່າວສາວ ທັງຢູ່ ໃກ້ ຢູ່ໄກ ຊວນກັນມາ ຢ່າງຟົດຟື້ນ ມ່ວນຊື່ນ. ສຽງຄ້ອງ ສຽງກອງ ເລັ່ງລັດຄືເຊີນຊວນ ນັກທ່ອງທ່ຽວ ມາເຂົ້າຮ່ວມງານບຸນ. ໃນເວລານັ້ນ, ບໍ່ວ່າຈະເປັນຊາວເຜົ່າ ໄທ, ເຜົ່າ ມົ້ງ ຫຼື ເຜົ່າ ຢ້າວ, ບໍ່ວ່າຢູ່ເຂດທົ່ງພຽງ ຫຼື ພູດອຍ... ໝົດທຸກຄົນໄດ້ຈັບມືກັນເປັນວົງ ແຊ່ວ ແລະ ຟ້ອນຕາມຈັງຫວະສຽງພິນຕິ໋ງ ທີ່ອ່ອນຊ້ອຍ ຢູ່ ອ້ອມກອງໄຟ, ເບິ່ງແຕ່ໄກ ເໝືອນດັ່ງດອກໄມ້ກຳລັງບານ ອວດອົ່ງສີສັນ ຢູ່ ລະຫວ່າງກາງ ພູເຂົາ ແລະ ປ່າໄມ້.
ຢູ່ເຂດຮ່ອມພູໃນເມືອງ ດ້ຽນບຽນ ແລະ ນະຄອນ ດ້ຽນບຽນຝູ ເປັນບ່ອນຢູ່ອາໄສ ຂອງ ຊາວເຜົ່າ ໄທດຳ, ແຊ່ວ ໄດ້ອຳນາດ ການປົກຄອງແຂວງ ສ້າງໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວປາຍແຫຼມ. ເພາະ ສະນັ້ນ, ມາຍັງ ດ້ຽນບຽນ ທຸກວັນນີ້, ນັກທ່ອງທ່ຽວ ບໍ່ພຽງແຕ່ສາມາດໄດ້ໄປທ່ຽວຊົມທັດສະນີຍະພາບ, ປູສະນີຍະສະຖານຫຼາຍແຫ່ງ ທີ່ມີຄວາມສະໜິດຕິດພັນ ກັບ ໄຊຊະນະ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” ເທ່ົານັ້ນ ແຕ່ຍັງໄດ້ຄົ້ນພົບຄວາມງາມ ອັນມີສະເໜ່ ຂອງ ງານລາຕີ ແຊ່ວ, ຍ້ອນຢູ່ທີ່ນີ້ ມີກວ່າ 1000 ຄະນະ ແຊ່ວ ຢູ່ຕາມໝູ່ບ້ານເຊັ່ນ: ບ້ານ ເມ໋ນ, ບ້ານ ແຕນ, ບ້ານ ກໍມີ້, ບ້ານ ຟຽງເລີຍ ແລະ ອື່ນໆ... ຂອງ ຊາວເຜົ່າ ໄທດຳ ພ້ອມແລ້ວທີ່ຈະສະແດງ ແຊ່ວ ບໍລິການແຂກຢູ່ສະເໝີ.
ວາດຟ້ອນແຊ່ວ ບູຮານໃຫຍ່ທີສຸດ ຫວຽດນາມ ສ້າງສະຖິຕິ Guiness ຫວຽດນາມ ປີ 2019 ຢູ່ ຕາແສງ ເງ້ຍໂລ້, ດ້ວຍການເຂົ້າ ຮ່ວມ ຂອງ ສະນັກສະແດງສະໝັກຫຼິ້ນ 5000 ຄົນ, ໃນນັ້ນມີ 6 ວາດຟ້ອນ ແຊ່ວບູຮານ ທີ່ມີຊື່ສຽງຂອງເຂດ ເມືອງລໍ່. ພາບ: VNA
ເຜົ່າໄທດໍາ ຢູ່ເມືອງ ມາຍເຈົາ (ແຂວງ ຮ່ວາບິ່ງ) ໄດ້ສ້າງຕັ້ງ ຄະນະ ແຊ່ວ ເພື່ອບໍລິການນັກທ່ອງທ່ຽວ. ພົ້ນເດັ່ນຄືຢູ່ບ້ານ ລາກ, ບ້ານ ໂປມກ້ອງ ແມ່ນໝູ່ບ້ານສອງແຫ່ງ ພັດທະນາການທ່ອງທ່ຽວຊຸມຊົນ, ມີຄະນະແຊ່ວ ເກືອບ 10 ຄະນະ. ທ່ານນາງ ວີ່ທິຕວ໋ຽດ, ສະມາຊິກຄົນໜຶ່ງ ໃນຄະນະແຊ່ວ ບ້ານ ລາກ ໃຫ້ຮູ້ວ່າ: “ສຳລັບ ຊາວເຜົ່າ ໄທ ພວກນ້ອງ, ແຊ່ວ ບໍ່ຕ້ອງໄດ້ຮັບການສອນ, ເມື່ອໃຫຍ່ ຂຶ້ນມາ ພວກ ເຮົາຈະຮູ້ຈັກ ແຊ່ວໄປເອງ”.
ສຳລັບຊາວເຜົ່າ ໄທ, ແຊ່ວເປັນສ່ວນໜຶ່ງ ຂອງ ຊີວິດ ເໝືອນດັ່ງ ເຂົ້າກິນ, ດື່ມນໍ້າ ໃນທຸກມື້. ແຊ່ວບໍ່ພຽງແຕ່ ແມ່ນອາຫານທາງດ້ານ ຈິດໃຈ ທີ່ຂາດບໍ່ໄດ້ ຂອງ ຊາວເຜົ່າ ໄທ ເທົ່ານັ້ນ, ແຕ່ໄດ້ກາຍເປັນ ວັດທະນະທຳ ລວມ ຂອງ ວົງຄະນາຍາດບັນດາເຜົ່າ, ທັງແມ່ນ ຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງ ພາກຕາເວັນຕົກສ່ຽງເໜືອ ໃນປັດຈຸບັນອີກດ້ວຍ.
- ບົດ: ຟອງທູ - ພາບ: VNP, VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ