ຂ່າວສານ

ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ: ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິ​ບ​ປິນ Ferdinand Marcos Jr ຖື​ວ່າ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ເສີມ​ຂະ​ຫຍາຍກວ່າ​ອີກ​ຈິດ​ໃຈ​ສາ​ມັກ​ຄີ ແລະ ຮ່ວມ​ມື, ສືບ​ຕໍ່​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ສັບ​ສົນ​ຂອງ​ສະ​ພາບ​ການ​ສາ​ກົນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິ​ບ​ປິນ Ferdinand Marcos Jr ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: TTXVN)

ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ສືບ​ຕໍ່​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ລວມ​ຂອງ​ອາ​ຊຽນ, ທຸກ​ນະ​ໂຍ​ບາຍ ແລະ ໝາກ​ຜົນ​ໃນ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ຮັບ​ໃຊ້​ປະ​ຊາ​ຊົນ. ນີ້​ແມ່ນ​ຈຸດ​ລວມ​ໂດຍ​ບັນ​ດາ​ຜູ້​ແທນ​ສະ​ເໜີ​ຢູ່​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊ​ຽນ ຄັ້ງ​ທີ 3 (AFF) ທີ່​ພວມ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ (9-10 ມິ​ຖຸ​ນາ). ບັນ​ດາ​ຄຳ​ເຫັນ​ຖື​ວ່າ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ອາ​ຊຽນ ພວມ​ຢືນ​ຢູ່​ຕໍ່​ໜ້າ​ທັງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ. ບົນ​ພື້ນ​ຖານ​ເປັນ​ປະ​ທານ​ອາ​ຊຽນ 2026, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິ​ບ​ປິນ Ferdinand Marcos Jr ຖື​ວ່າ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ເສີມ​ຂະ​ຫຍາຍກວ່າ​ອີກ​ຈິດ​ໃຈ​ສາ​ມັກ​ຄີ ແລະ ຮ່ວມ​ມື, ສືບ​ຕໍ່​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ສັບ​ສົນ​ຂອງ​ສະ​ພາບ​ການ​ສາ​ກົນ. ທ່ານ​ໃຫ້​ຮູ້​ວ່າ:

ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ ອາ​ຊຽນ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ, ແຕ່​ບໍ່​ເກີນ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ຂອງ​ພວກ​ເຮົາ. ອາ​ຊຽນ ໄດ້​ຜ່ານ​ຜ່າ​ບັນ​ດາ​ວິ​ກິດ​ການ​ດ້ານ​ການ​ເງິນ, ໄພ​ທຳ​ມະ​ຊາດ, ຄວາມ​ເຄັ່ງ​ຕຶງ​ດ້ານ​ພູ​ມີ​ສາດ​ການ​ເມືອງ ແລະ ໂລກ​ລະ​ບາດ​ທົ່ວ​ໂລກ​ແລ້ວ. ແຕ່​ລະ​ຄັ້ງ​ຄື​ດັ່ງ​ກ່າວ, ພວກ​ເຮົາ​ພັດ​ໄດ້​ຕັກ​ເຄືອນ​ວ່າ​ກຳ​ລັງ​ແຮງ​ຂອງ​ອາ​ຊຽນ ນອນ​ໃນ​ຄວາມ​ສາ​ມາດປຶກ​ສາ​ຫາ​ລື, ຮ່ວມ​ມື ແລະ ພ້ອມ​ກັນ​ມຸ່ງ​ໄປ​ສູ່​ພາຍ​ພາກ​ໜ້າ.


top