ຂ່າວສານ

ພົບເຫັນຂວານຫີນ 5 ອັນມີອາຍຸນັບພັນປີຢູ່ ຟອງຍາ - ແກບາງ

ບັນດາຂວານນີ້ແມ່ນຢູ່ໃນສະໄໝຫີນໃໝ່, ນອນໃນລະບົບວັດທະນະທຳ ເບົາຈໍ໊, ມີອາຍຸປະມານ 6.000 – 8.000 ປີ.
  ຂວານຫີນທີ່ມີອາຍຸນັບພັນປີໃນຖ້ຳ ແອັນ (ພາບ: TTXVN)  

ຄະ​ນະພະ​ຈົນ​ໄພ​ໂດຍ ​ທ່ານ​ສາດ​ສະ​ດາ​ຈານ Howard Limbert, ຫົວ​ໜ້າ​ທິມພະ​ຈົນ​ໄພ​ຖ້​ຳ ອັງ​ກິດ - ຫວຽດ​ນາມ, ສະ​ມາ​ຊິກ​ສະ​ມາ​ຄົມ​ຖ້​ຳແຫ່ງ​ລາ​ຊະ​ອາ​ນາ​ຈັກ ອັງ​ກິດ, ເປັນ​ຫົວ​ໜ້າ​ຄະ​ນະ ຫາກໍ່​ພົບ​ເຫັນ​ຂວານ​ຫີນ 5 ອັນ​ທີ່​ມີ​ອາ​ຍຸ​ນັບ​ພັນ​ປີ​ໃນ​ຖ້ຳ ແອັນ, ເຊິ່ງ​ແມ່ນ​ຖ້ຳ​ໃຫ​ຍ່​ສຸດ​ຢູ່​ສວນ​ອ​ຸ​ທະ​ຍານແຫ່ງ​ຊາດ ຟອງ​ຍາ - ແກ​ບາງ, ແຂ​ວງ ກວາງ​ຈິ.

ຜ່ານ​ການ​ໃຫ້​ຂໍ້​ສັງ​ເກດ​ໃນ​ເບື້ອງ​ຕົ້ນ, ບັນ​ດາ​ນັກ​ຊ່ຽວ​ຊານ​ຖື​ວ່າ ບັນ​ດາ​ຂວານນີ້ແມ່ນຢູ່ໃນ​ສະ​ໄໝ​ຫີນ​ໃໝ່, ນອນ​ໃນ​ລະ​ບົບ​ວັດ​ທະ​ນະ​ທຳ ເບົາ​ຈ​ໍ໊, ມີ​ອາ​ຍຸ​ປະ​ມານ 6.000 – 8.000 ປີ. ບັນ​ດາ​ຂວານນີ້​ໄດ້​ເຮັດ​ຈາກ​ຫີນ silic ແລະ ໄດ້​ມອບ​ໃຫ້​ຫໍ​ພິ​ພິ​ທະ​ພັນ​ແຂວງ ກວາງ​ຈິ ແລະ ຫໍ​ພິ​ພິ​ທະ​ພັນ ຮ່າ​ໂນ້ຍ.


top