ຂ່າວສານ

ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ຍຸ​ດ​ທະ​ສາດ​ລຸ້ນ​ໃໝ່ ຫວຽດ​ນາມ - ສິງ​ກະ​ໂປ

ທ່​ານ​ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​​ທູດ ຫວຽດ​ນາມ​ປະ​ຈຳ​ສິງ​ກະ​ໂປ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມສິງ​ກະ​ໂປ​ຂອງ​ທ່ານ ເຈິ່ນ​ເກິ້ມ​ຕູ້​ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ​ຄັ້ງ​ທຳ​ອິດແມ່ນ​ມີ​ຄວາມ​ໝາຍ​ບ້ານ​ພັບ​ນັບ​ທັງ​ລະ​ດັບ​ຍຸດ​ທະ​ສາດ, ການ​ເມືອງ ແລະ ແທດ​ຈິງ.
ທ່​ານ​ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​​ທູດ ຫວຽດ​ນາມ​ປະ​ຈຳ​ສິງ​ກະ​ໂປ ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າ​ວ​ສຳ​ນັກ​ຂ່າວ​ສານ​ຫວຍດ​ນາມ ປະ​ຈຳ ສິງ​ກະ​ໂປ (ພາບ: VNA)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອເຊີນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກິດ​ຈະ​ກຳ​ປະ​ຊາ​ຊົນ​ສິງ​ກະ​ໂປ, ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຈະ​ໄປ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຢ່າງ​ເປັນ​ທາງ​ການ, ພ້ອມ​ທັງ​ເປັນ​ປະ​ທານ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 24 – 25 ສິງ​ຫາ.

ທ່​ານ​ເຈິ່ນ​ເຟືອກ​ແອັງ ເອກ​ອັກ​ຄະ​ລັດ​ຖະ​​ທູດ ຫວຽດ​ນາມ​ປະ​ຈຳ​ສິງ​ກະ​ໂປ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມສິງ​ກະ​ໂປ​ຂອງ​ທ່ານ ເຈິ່ນ​ເກິ້ມ​ຕູ້​ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ​ຄັ້ງ​ທຳ​ອິດແມ່ນ​ມີ​ຄວາມ​ໝາຍ​ບ້ານ​ພັບ​ນັບ​ທັງ​ລະ​ດັບ​ຍຸດ​ທະ​ສາດ, ການ​ເມືອງ ແລະ ແທດ​ຈິງ. ສອງ​ຝ່າຍ​ຈະ​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຄື: ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ການສ້າງ​ລັດ, ​ການພັດ​ທະ​ນ​າ​ເສດ​ຖະ​ກິດ, ​ການຄຸ້ມ​ຄອງ​​ບໍ​ລິ​ຫານສັງ​ຄົມ, ​ການບຳ​ລຸງ​ສ້າງ​ພະ​ນັກ​ງານ, ກໍ່​ຄື​ບັນ​ດາ​ການ​ຫັນ​ປ່ຽນ​ໃນ​ພາກ​ພື້ນ ແລະ ໂລກ.


top