ຂ່າວສານ

ພິ​ທີ​ໄວ້​ອາ​ໄລ, ປົງ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ທີ່​ໄດ້​ທ້ອນ​ໂຮມ​ຈາກ​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ນະ​ຄອນ ໂຮ່​ຈີ​ມິນ ຈະ​ຈັດ​ຂຶ້ນ​ໃນ​ເດືອນ ສິງ​ຫາ

ໄລ່​ຮອດ​ວັນ​ທີ 29 ກໍ​ລະ​ກົດ, ໄດ້​ປະ​ຕິ​ບັດ​ສຳ​ເລັດວຽກ​ງານ​ເກັບ​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ສຳ​ລັບ​ຂຸມ​ຝັງ​ສົບ​ທີ່ຍ​ັງ​ບໍ່​ທັນ​ຢັ້ງ​ຢືນ​ຊື່ ຢູ່ 10 ສຸ​ສານໃນ​ຈຳ​ນວນ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດ 18 ແຫ່ງ​ໃນ​ບໍ​ລິ​ເວນ, ​ດ້ວຍ​ຈຳ​ນວນ​ຕົວ​ຢ່າງ​ທັງ​ໝົດ​ແມ່ນ 7.640 ໃນ​ຈຳ​ນວນ​ຂຸມ​ຝັງ​ສົບ 9.885 ຂຸມ.
  ອັດ​ຖິ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ທ້ອນ​ໂຮມ​ໄດ້​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣ​ຽງ (ພາບ: VNA)  

ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່, ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ເອີ້ນ​ຫຍໍ້​ວ່າ ຄະ​ນະ​ຊີ້​ນຳ 515) ນະ​ຄອນ ໂຮ່​ຈີ​ມິນ ພວມ ສະ​ເໜີ​ຈັດ​ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີວ​ິດ​ເພື່ອ​ຊາດ​ທີ່​ທ້ອນ​ໂຮມ​ຈາກ​ສວນ​ສາ​ທາ​ລະ​ນະ​ ເລ​ທິ​ຣ​ຽງ​ ພາຍຫຼັງ​ສຳ​ເລັດ​ວຽກ​ງານ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ ໃນ​ເດືອນ​ສິງ​ຫາ 2026.

ໃນ​ກອງ​ປະ​ຊຸມ​ສະຫຼຸບ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ໜ້າ​ທີ່​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່, ນາມ​ສະ​ກຸນ​​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 30 ກໍ​ລະ​ກົດ, ຄະ​ນະ​ຊີ້​ນຳ 515 ນະ​ຄອນ ໂຮ່​ຈີ​ມິນ ໄດ້​ເຜີຍ​ໃຫ້​ຮູ້​ກ່ຽວ​ກັບ​ໝາກ​ຜົນ​ວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ, ນັບ​ແຕ່​ວັນ​ທີ 23 ມິ​ຖຸ​ນາ ຫາ​ວັນ​ທີ 30 ກໍ​ລະ​ກົດວ່າ, ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ ໄດ້​ພົບ​ເຫັນ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ 154 ອັດ​ຖິ ແລະ ວັດ​ຖຸ​ພັນ​ຈຳ​ນວນ​ໜຶ່ງ. ໄລ່​ຮອດ​ວັນ​ທີ 29 ກໍ​ລະ​ກົດ, ໄດ້​ປະ​ຕິ​ບັດ​ສຳ​ເລັດວຽກ​ງານ​ເກັບ​ຕົວ​ຢ່າງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ສຳ​ລັບ​ຂຸມ​ຝັງ​ສົບ​ທີ່ຍ​ັງ​ບໍ່​ທັນ​ຢັ້ງ​ຢືນ​ຊື່ ຢູ່ 10 ສຸ​ສານໃນ​ຈຳ​ນວນ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊ​າດ 18 ແຫ່ງ​ໃນ​ບໍ​ລິ​ເວນ, ​ດ້ວຍ​ຈຳ​ນວນ​ຕົວ​ຢ່າງ​ທັງ​ໝົດ​ແມ່ນ 7.640 ໃນ​ຈຳ​ນວນ​ຂຸມ​ຝັງ​ສົບ 9.885 ຂຸມ.


top