ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ (ຮ່າໂນ້ຍ), ພິທີເອົາທຸງຂຶ້ນ ອາຊຽນ ຂຶ້ນເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 59 ປີ (8/8/1967 – 8/8/2026) ແລະ 31 ປີ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 - 28/7/2026) ຖືກຈັດຂຶ້ນຢ່າງສົມກຽດ ພາຍໃຕ້ການເປັນປະທານຂອງທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.
ບັນດາຜູ້ແທນເຂົ້າຮ່ວມພິທີເອົາທຸງຂຶ້ນເສົາ (ພາບ: VNA)
ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດສະມາຊິກ ອາຊຽນ, ບັນດາປະເທດຄູ່ຮ່ວມມື ພ້ອມດ້ວຍຜູ້ຕາງໜ້າສະພາແຫ່ງຊາດ, ບັນດາອົງການລັດຖະບານ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ.
ກ່າວຄຳເຫັນໃນເຫດການ, ທ່ານລັດຖະມົນຕີ ເລຮວ່າຍຈູງ ໄດ້ຍົກອອກ 3 ຄຳຮຽກຮ້ອງຕ້ອງການແກ່ນສານໃຫ້ແກ່ ອາຊຽນ, ນັ້ນແມ່ນ: ຄວາມຕັດສິນໃຈ, ຄວາມສາມາດທົນທານ ແລະ ປົວແປງຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ຄວາມຕັດສິນໃຈຕ້ອງໄດ້ວັດແທກດ້ວຍບັນດາໝາກຜົນລະອຽດ, ນຳມາເຊິ່ງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະຊາຊົນ. ທ່ານກ່າວວ່າ:
ທ່ານລັດຖະມົນຕີ ເລຮວ່າຍຈູງ ກ່າວຄຳເຫັນທີ່ພິທີ (ພາບ: VNA)
“ເພື່ອບັນລຸໄດ້ສິ່ງເຫຼົ່ານັ້ນ, ອາຊຽນ ຕ້ອງຮັບປະກັນຄວາມຮັບຜິດຊອບຢ່າງຈະແຈ້ງ, ຈັດແບ່ງແຫຼ່ງກຳລັງຢ່າງພຽງພໍ ແລະ ເພີ່ມທະວີການປະສານສົມທົບລະຫວ່າງບັນດານະໂຍບາຍຊີ້ຂາດໃນລະດັບພາກພື້ນ ດ້ວຍເລື່ອງຜັນຂະຫຍາຍຢູ່ແຕ່ລະປະເທດ. ສະມາຄົມກໍຕ້ອງຫັນຈາກຄວາມເອົາໃຈໃສ່ເປັນພິເສດເຖິງຂັ້ນຕອນໄປສູ່ການມຸ່ງໄປເຖິງໝາກຜົນ, ຈາກການປຶກສາຫາລືໄປສູ່ການປະສານສົມທົບກັນເຄື່ອນໄຫວ ແລະ ຈາກຄວາມເຫັນດີເຫັນພ້ອມກ່ຽວກັບຫຼັກການ ໄປສູ່ຄວາມເຫັນດີເຫັນພ້ອມໃນການປະຕິບັດຕົວຈິງ”.