ຂ່າວສານ

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ “ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ” ຢູ່​ແຂວງ ກວາງ​ຈິ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ (ວັນ​ທີ 30 ເມ​ສາ 1975 – 30 ເມ​ສາ 2026), ຕອນ​ເຊົ້າ​ວັນ​ທີ 29 ເມ​ສາ, ພາຍ​ໃຕ​້ເສົາ​ທຸງ​ຂອງ​ປະ​ເທດ​ຊາດ, ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະ​ດັບ​ຊາດ​ພິ​ເສດ ສອງ​ຟາກ​ແມ່​ນ້ຳ ຮ່ຽນ​ເລືອງ - ເບັນ​ຫາຍ (ແຂວງ ກວາງ​ຈິ) ໄດ້​ດ​ຳ​ເນີນ​ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ “ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ” ປີ 2026.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມພິ​ທີ​ປ່ອຍ​ນົກ​ກາງ​ແກ​ຢູ່ເທິງຂົວ ຮ່ຽນ​ເລືອງ (ພາບ: VOV)  

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ, ປະ​ຕິ​ບັດ​ພິ​ທີ​ປ່ອຍ​ນົກ​ກາງ​ແກ​ຢູ່ເທິງຂົວ ຮ່ຽນ​ເລືອງ ສະ​ຖານ​ທີ​່​ປະ​ຫວັດ​ສາດ, ພົບ​ປະ​ກັບ​ບັນ​ດາ​ອະ​ດີດ​ພະ​ນັກ​ງານ​ຕຳຫຼວດ​ປະ​ກອບ​ອາ​ວຸດປ້ອງ​ກັນ​ເສັ້ນຂັ້ນແດນ ແລະ ບັນ​ດາ​ຫຼານນ້ອຍ​ນັກ​ຮຽນ.

ພິ​ທີ​ເອົາ​ທຸງ​ຂຶ້ນ​ເສົາ “ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ” ແມ່ນ​ໂອ​ກາດ​ທີ່​ສັກ​ກາ​ລະ​ບູ​ຊາ​ເພື່ອ​ຫວນ​ຄືນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ, ພ້ອມ​ທັງ​ເຊີດ​ຊູ​ບັນ​ດາ​ວິ​ລະ​ກຳ​ອຳ​ມະ​ຕະ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ລົ້ນເຫຼືອ​ຕໍ່​ການ​ເສຍ​ສະຫຼະ​ອັນ​ຍິ່ງ​ໃຫຍ່​ຂອງ​ຄົນ​ລຸ້ນ​ພໍ່​ລຸ້ນ​ອ້າຍ​ເພື່ອ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທ​ດ​ຊາດ. ຮ່ຽນ​ເລືອງ - ເບັນ​ຫາຍ ແມ່ນ​ສັນ​ຍາ​ລັກ​​ອັນ​ສັກ​ສິດ​ທີ່​ສຸດ​​ຂອງ​ເຈດ​ຈຳ​ນົງ​ທ້ອນ​ໂຮມ​ປະ​ເທດ​ຊາດ, ຄວາມ​ຄາດ​ຫວ​ັງ​ສັນ​ຕິ​ພາບ ແລະ ຄວາມ​ເຊື່ອ​ໝັ້ນ​ທີ່​ເປັ​ນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ໃນວັນສອງ​ພາກ ​ເໜືອ - ໃຕ້ ໄດ້​ທ້ອນ​ໂຮມ​ປະ​ກັນ​ເປັນ​ເອ​ກະ​ພາບ​ຕະຫຼອດ​ໄປ.


top