ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງ 79 ປີ​ວັນ​ຊາດ ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ

ເພື່ອນມິດສາກົນຫຼາຍທ່ານ ໄດ້ສະແດງອາລົມຈິດຄວາມຮັກແພງທີ່ດີງາມ ແລະ ຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມ ໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ ສັງຄົມ ແລະ ການຕ່າງປະເທດ.
  ພິທີlສະເຫຼີມສະຫຼອງຢູ່ ກຸບາ (ພາບ: TTXVN)  

ຄອນຄ່ຳວັນທີ 29 ສິງຫາ,  ຢູ່ Praha, ສະຖານທູດ ຫວຽດນາມ ປະຈຳ ສ.ເຊັກ ໄດ້ຈັດພິທີສະເຫຼີມສະຫຼອງ 79 ປີວັນຊາດ ຫວຽດນາມ (02/09/1945-02/09/2024) ຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງທ່ານປະທານສະພາສູງ Miloš Vystrčil ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເຊັກ Eduard Hulicius.

ພິທີlສະເຫຼີມສະຫຼອງຢູ່ ອີຣານ (ພາບ: TTXVN)

ໃນຕອນຄ່ຳຂອງວັນດຽວກັນ, ສະຖານທູດ ຫວຽດນາມ ກຸບາ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງຢ່າງສົມກຽດ ຢູ່ສຳນັກງານສະຖານທູດທີ່ນະຄອນຫຼວງ ລາຮາວານ. ເຂົ້າຮ່ວມເຫດການມີທ່ານລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດການປະຕິວັດ ກຸບາ Álvaro López Miera; ທ່ານຮອງປະທານສະພາແຫ່ງຊາດ Ana María Mari Machado, ທ່ານລັດຖະມົນຕີການຕ່າງປະເທດ Carlos Fernández de Cossío, ພ້ອມດ້ວຍຜູ້ຕາງໜ້າຄະນະທູຕານຸທູດ ແລະ ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ກຸບາ.

ແລະ ກໍ່ໃນຕອນຄ່ຳຂອງວັນທີ  29 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ອີຣານ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຢູ່ສຳນັກງານສະຖານທູດທີ່ນະຄອນຫຼວງ ເຕເຮຣານ. ເພື່ອນມິດສາກົນຫຼາຍທ່ານ ໄດ້ສະແດງອາລົມຈິດຄວາມຮັກແພງທີ່ດີງາມ ແລະ ຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມ ໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ ສັງຄົມ ແລະ ການຕ່າງປະເທດ.


top