ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຖືວ່າໜຶ່ງໃນບັນດາຄຸນຄ່າໃຫຍ່ທີ່ສຸດຂອງ ທ່ານ ຮວິ່ງຖຸກຄາງ ແມ່ນຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນເກີດ ທ່ານ ຮວິ່ງຖຸກຄາງ ຄົບຮອບ 150 ປີ (01/10/1876 - 01/10/2026) (ພາບ: VNA))
ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນ ດ່ານັ້ງ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນເກີດ ທ່ານ ຮວິ່ງຖຸກຄາງ ຄົບຮອບ 150 ປີ (01/10/1876 - 01/10/2026), ອະດີດຜູ້ຮັກສາການປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຖືວ່າໜຶ່ງໃນບັນດາຄຸນຄ່າໃຫຍ່ທີ່ສຸດຂອງ ທ່ານ ຮວິ່ງຖຸກຄາງ ແມ່ນຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ. ບົດຮຽນນັ້ນ ມາຮອດປັດຈຸບັນ ຍັງໄດ້ຮັກສາຄຸນຄ່າເໝືອນເດີມ, ຕ້ອງສືບຕໍ່ສືບທອດ ແລະ ເສີມຂະຫຍາຍ. ຄວາມສາມັກຄີຕ້ອງກາຍເປັນກຳລັງແຮງຕົວຈິງ, ໂດຍໄດ້ສະແດງອອກດ້ວຍຄວາມເຫັນດີເປັນເອກະພາບໃນການກະທຳ ແລະ ປະສິດທິຜົນໃນຕົວຈິງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:
ເສີມຂະຫຍາຍຢ່າງແຮງບົດບາດເປັນໃຈກາງ, ກຳລັງໜູນ ແລະ ກຳລັງແຜ່ກະຈາຍຂອງດ່ານັ້ງ, ເພີ່ມທະວີການເຊື່ອມຕໍ່ກັບບັນດາທ້ອງຖິ່ນໃນພາກພື້ນ, ປະກອບສ່ວນນັບມື້ນັບຕັ້ງໜ້າ, ມີປະສິດທິຜົນເຂົ້າການພັດທະນາຂອງເຂດພາກກາງ ແລະ ທົ່ວປະເທດ. ຫັນມູນເຊື້ອກາຍເປັນກຳລັງໜູນ, ຫັນຄວາມມຸ່ງຫວັງກາຍເປັນການກະທຳ, ຫັນຄວາມສາມາດບົ່ມຊ້ອນກາຍເປັນແຫຼ່ງກຳລັງ ແລະ ຫັນບັນດາຄວາມຕັດສິນໃຈກາຍເປັນໝາກຜົນລະອຽດ, ແທ້ຈິງໃຫ້ແກ່ປະຊາຊົນ ນັ້ນແມ່ນວິທີການທີ່ແທ້ຈິງເພື່ອໃຫ້ພວກເຮົາສືບຕໍ່ບັນດາຄຸນຄ່າເຊິ່ງ ທ່ານ ຮວິ່ງຖຸກຄາງ ແລະ ບັນພະບຸລຸດລຸ້ນກ່ອນ ໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ.