ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Aleksandr Lukashenko ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີມອບຮັບບັນດາຂໍ້ຕົກລົງຮ່ວມມື.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເບລາຣຸດ Aleksandr Lukashenko (ພາບ: TTXVN)
ຕອນເຊົ້າວັນທີ 12 ພຶດສະພາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນການຢ້ຽມຢາມທາງລັດຖະກິດຢູ່ ສ.ເບລາຣຸດ ເຊິ່ງໄດ້ຈັດຂຶ້ນຢ່າງສົມກຽດຢູ່ວັງເອກະລາດຢູ່ນະຄອນ Minsk. ທ່ານປະທານາທິບໍດີ ສ.ເບລາຣຸດ Aleksandr Lukashenko ເປັນປະທານພິທີຕ້ອນຮັບ. ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Aleksandr Lukashenko ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີມອບຮັບບັນດາຂໍ້ຕົກລົງຮ່ວມມື.