ທີ່ພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງ Cindy Kiro ຜູ້ສຳເລັດລາດຊະການໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ມາຢ້ຽມຢາມທາງລັດຖະກິດ ນິວຊີແລັນ.
(ແຫຼ່ງຄັດຈາກ VOV) ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ແລະ ທ່ານນາງ Cindy Kiro ຜູ້ສຳເລັດລາດຊະການ ນິວຊີແລັນກວດກອງກຽດຕິຍົດ (ພາບ: VNA)
ຕອນເຊົ້າວັນທີ 13 ສິງຫາ, ຕາມເວລາທ້ອງຖິ່ນ, ຢູ່ທຳນຽບຜູ້ສຳເລັດລາດຊະການ ນິວຊີແລັນ ຢູ່ນະຄອນ Auckland, ທ່ານນາງ Cindy Kiro ຜູ້ສຳເລັດລາດຊະການ ນິວຊີແລັນ ໄດ້ເປັນປະທານພິທີຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດ ນິວຊີແລັນ (ແຕ່ວັນທີ 12 – 14 ສິງຫາ 2026).
ທີ່ພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງ Cindy Kiro ຜູ້ສຳເລັດລາດຊະການໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ມາຢ້ຽມຢາມທາງລັດຖະກິດ ນິວຊີແລັນ. ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ດຳເນີນກອງປະຊຸມເຈລະຈາກັບທ່ານນາງ Cindy Kiro ຜູ້ສຳເລັດລາດຊະການ ນິວຊີແລັນ, ເຈລະຈາກັບທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລັນ, ເປັນສັກຂີພິຍານ ພິທີມອບຮັບເອກະສານຮ່ວມມື ແລະ ພົບປະກັບສື່ມວນຊົນ.