ຂ່າວສານ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ

ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ການ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ​ໃຫ້​ນັບ​ມື້​ນັບ​ມີ​ປ​ະ​ສິດ​ທິ​ຜົນ​ອີກ​ດ້ວຍ
(ພາບປະກອບ: VNA)

ຕອນ​ເຊົ້າ​ວັນ​ທີ 11 ສິງ​ຫາ, ຢູ່​ທຳ​ນຽບ​ ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ ທີ່ນະ​ຄອນຫຼວງ Canberra, ທ່ານ​ນາງ Sam Mostyn ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ, ແຕ່​ວັນ​ທີ 9 – 12 ສິງ​ຫາ. ເຂົ້າ​ຮ່ວມ​ພິ​ທີ​ມີ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອົດ​ສະ​ຕາ​ລີ ຫຼາຍ​ທ່ານ ແລະ ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ.

ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ Sam Mostyn ຜູ້​ສຳ​ເລັດ​ຣາ​ຊະ​ການ​ແຫ່ງ​ອົ​ດ​ສະ​ຕາລີ ແລະ ດຳ​ເນີນ​ກອງ​ປະ​ຊຸມ​ພົບ​ປະ ກັບ​ທ່ານ Anthony Albanes​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ , ເຫັນ​ປະ​ຈັກ​ຕາ​ພິ​ທີ​ມອບ​ຮັບ​ເອ​ກະ​ສານ​ຮ່ວມ​ມື ແລະ ພົບ​ປະ​ກັບ​ສື່ມວນ​ຊົນ, ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ສູງ ແລະ ປະ​ທານ​ສະ​ພາ​ຕ່ຳ ອົດ​ສະ​ຕາ​ລີ…

ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ອົດ​ສະ​ຕາ​ລີ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ​ໃນ​ການ​ສ້າງ​ການ​ພົວ​ພັນ ຫວຽດ​ນາມ ອົດ​ສະ​ຕາ​ລີ​ໃຫ້​ນັບ​ມື້​ນັບ​ມີ​ປ​ະ​ສິດ​ທິ​ຜົນ​ອີກ​ດ້ວຍ, ບົນ​ພື້ນ​ຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ຕ່າ​ງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.


top