ຂ່າວສານ

ພິ​ທີ​ຊັກ​ທຸງຂຶ້ນຍອດ​ເສົາເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ

ວັນທີ 08 ສິງຫາ ຜ່ານມາ, ສະຖານທູດ ຫວຽດນາມ ພ້ອມກັບສະຖານທູດບັນດາປະເທດຄື ມາເລເຊຍ ແລະ ອິນໂດເນເຊຍ ປະຈຳ ຢູແກລນ ໄດ້ຈັດພິທີຊັກທຸງຂຶ້ນຍອດເສົາເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 - 8/8/2020).

ເອກອັກຄະລັດຖະທູດບັນດາປະເທດອາຊຽນພ້ອມກັນພັນລະນາ  

ຕາມລຳດັບໝູນວຽນ, ປີນີ້ (2020), ພິທີໄດ້ດຳເນີນຢູ່ສຳນັກງານສະຖານທູດຂອງມາເລເຊຍ. ຍ້ອນສະພາບການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19, ຂອບຂະໜາດຂອງພິທີຊັກທຸງປີນີ້ໄດ້ຈັດແບບກະທັດລັດເມື່ອທຽບກັບປີ 2019, ທີ່ໄດ້ຈັດຢູ່ສະຖານທູດ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ພິທີຍັງໄດ້ດຳເນີນໃນບັນຍາກາດສະຫງ່າຜ່າເຜີຍ ແລະ ມີຄວາມສາມັກຄີ, ມິດຕະພາບ ລະຫວ່າງ ບັນດາປະເທດ ສະມາຊິກອາຊຽນ.
(ແຫຼ່ງຄັດຈາກ VOV)

top