ຂ່າວສານ ພິທີມອບເງິນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໃຫ້ ມຽນມາ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 15/07/2020 ຕອນເຊົ້າວັນທີ 13 ກໍລະກົດ, ທີ່ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ, ເຂດ Yangon, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ມຽນມາ ຫຼີກວັກຕ໊ວນ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 50.000 USD ຂອງ ລັດຖະບານຫວຽດນາມ ໃຫ້ແກ່ ມຽນມາ ເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພິທີມອບເງິນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໃຫ້ ມຽນມາ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: cand.com.vn) ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫຼີກວັກຕ໊ວນ ໄດ້ຍົກໃຫ້ເຫັນຄວາມໝາຍຂອງການຊ່ວຍເຫຼືອອັນຈິງໃຈຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນ ມຽນມາ, ເຊິ່ງເປັນຄູ່ຮ່ວມມືຮອບດ້ານ, ດ້ວຍໄລຍະ 45 ປີີແຫ່ງການພົວພັນອັນສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ການຊ່ວຍເຫຼືອຂອງລັດຖະບານຫວຽດນາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າຍາມໃດຫວຽດນາມກໍມີຈິດໃຈຊ່ວຍເຫຼືອເພື່ອນມິດ, ໂດຍສະເພາະແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. ທ່ານສາດສະດາຈານ, ປະລິນຍາເອກ Zaw Than Htun, ຫົວໜ້າກົມຄົ້ນຄວ້າ ສາທາລະນະສຸກ, ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ອາລົມຈິດອັນລໍ້າຄ່າຂອງຫວຽດນາມທີ່ມີຕໍ່ມຽນມາ; ພ້ອມທັງໃຫ້ຮູ້ວ່າ ມຽນມາ ພວມຕິດຕາມຜົນສໍາເລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ ແລະ ຖືນີ້ແມ່ນບົດຮຽນອັນແທດຈິງສໍາລັບ ມຽນມາ. ເນື່ອງໃນໂອກາດນີ້, ຜູ້ຕາງໜ້າວິສາຫະກິດຈໍານວນໜຶ່ງຂອງຫວຽດນາມ ກໍໄດ້ມອບອຸປະກອນການແພດ ແລະ ເງິນຈໍານວນໜຶ່ງໃຫ້ແກ່ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ເຊັ່ນດຽວກັນ. (ແຫຼ່ງຄັດຈາກ VOV)

ຕອນເຊົ້າວັນທີ 13 ກໍລະກົດ, ທີ່ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ, ເຂດ Yangon, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ມຽນມາ ຫຼີກວັກຕ໊ວນ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 50.000 USD ຂອງ ລັດຖະບານຫວຽດນາມ ໃຫ້ແກ່ ມຽນມາ ເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພິທີມອບເງິນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໃຫ້ ມຽນມາ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: cand.com.vn) ກ່າວຄໍາເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫຼີກວັກຕ໊ວນ ໄດ້ຍົກໃຫ້ເຫັນຄວາມໝາຍຂອງການຊ່ວຍເຫຼືອອັນຈິງໃຈຂອງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນ ມຽນມາ, ເຊິ່ງເປັນຄູ່ຮ່ວມມືຮອບດ້ານ, ດ້ວຍໄລຍະ 45 ປີີແຫ່ງການພົວພັນອັນສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ການຊ່ວຍເຫຼືອຂອງລັດຖະບານຫວຽດນາມໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າຍາມໃດຫວຽດນາມກໍມີຈິດໃຈຊ່ວຍເຫຼືອເພື່ອນມິດ, ໂດຍສະເພາະແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ. ທ່ານສາດສະດາຈານ, ປະລິນຍາເອກ Zaw Than Htun, ຫົວໜ້າກົມຄົ້ນຄວ້າ ສາທາລະນະສຸກ, ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ, ອາລົມຈິດອັນລໍ້າຄ່າຂອງຫວຽດນາມທີ່ມີຕໍ່ມຽນມາ; ພ້ອມທັງໃຫ້ຮູ້ວ່າ ມຽນມາ ພວມຕິດຕາມຜົນສໍາເລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ ແລະ ຖືນີ້ແມ່ນບົດຮຽນອັນແທດຈິງສໍາລັບ ມຽນມາ. ເນື່ອງໃນໂອກາດນີ້, ຜູ້ຕາງໜ້າວິສາຫະກິດຈໍານວນໜຶ່ງຂອງຫວຽດນາມ ກໍໄດ້ມອບອຸປະກອນການແພດ ແລະ ເງິນຈໍານວນໜຶ່ງໃຫ້ແກ່ກະຊວງສາທາລະນະສຸກ ແລະ ກິລາ ມຽນມາ ເຊັ່ນດຽວກັນ. (ແຫຼ່ງຄັດຈາກ VOV)