ຂ່າວສານ

ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢູ່ ຈີເລ ແລະ ຕັງຊານີ

ໃນລະຫວ່າງວັນທີ 03 – 04 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລພົນເອກ ເລດຶກແອັງ, ອະດີດປະທານປະເທດ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢູ່ ຈີເລ
ຢູ່ອາຟຣິກາ, ວັນທີ 04 ພຶດສະພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຕັງຊານີ Palamagamba Kabudi ຕາງໜ້າລັດຖະບານປະເທດປະຈຳຖິ່ນ ໄດ້ໄປໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ, ພົນເອກ ເລດຶກແອັງ ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ຕັງຊານີ. ທ່ານ Palamagamba Kabudi ໄດ້ຂຽນໃສ່ປື້ມໄວ້ອາໄລວ່າ “ ຕາງໜ້າປະຊາຊົນ ແລະ ລັດຖະບານສາທາລະນະລັດເອກະພາບ ຕັງຊານີ, ຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນ ແລະ ລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ຕໍ່ການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ . ຕັງຊານີ ແລະ ຫວຽດນາມ ມີການພົວພັນປະຫວັດສາດອັນຍາວນານ ແລະ ອະດີດປະທານປະເທດ ເລດຶກແອັງ ມີບັນດາການປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ 2 ປະເທດ.”
 (ແຫຼ່ງຄັດຈາກ VOV)

top