ຂ່າວສານ

ພິທີໄຂ World Cup 2026: ວັນມະຫະກຳບານເຕະໃຫຍ່ທີ່ສຸດໃນໂລກໄດ້ເລີ່ມຕົ້ນແລ້ວ

FIFA World Cup 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ສະໜາມກິລາ Azteca ທີ່ Mexico City (ເມັກຊີໂກ), ສ້າງຂີດໝາຍການເລີ່ມຕົ້ນງານແຂ່ງຂັນ World Cup ໃຫຍ່ທີ່ສຸດໃນປະຫວັດສາດບານເຕະໂລກ
  (ພາບ​ປະ​ກອບ: QDND)  

ຕອ​ນ​ທ່ຽງ​ວັນ​ທີ 11 ມິ​ຖຸ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), FIFA World Cup 2026 ໄດ້​ໄຂ​ຂຶ້​ນ​ຢ່າງ​ເປັນ​ທາງ​ການ ຢູ່​ສະ​ໜາມກ​ິ​ລາ Azteca ​ທີ່​ Mexico City (ເມັກ​ຊີ​ໂກ), ສ້​າງ​ຂີດ​ໝາຍການເລີ່ມຕົ້ນ​ງານ​ແຂ່ງ​ຂັນ World Cup ໃຫຍ່​ທີ​່​ສຸດໃນ​ປະ​ຫວັດ​ສາດ​ບານ​ເຕະ​ໂລກ, ໂດຍໄດ້​ຈັດ​ຂຶ້​ນ​ຢູ່ 3 ປະ​ເທດ: ເມັກ​ຊີ​ໂກ, ກາ​ນາ​ດາ ແລະ ອາ​ເມ​ລິ​ກາ.

ພິ​ທີ​ໄຂ​ບໍ່​ພຽງ​ແຕ່​ເປີດ​ສາກ​ໃຫ້​ງານ​ແຂ່ງ​ຂັນ​ທີ່​ເຕົ້າ​ໂຮມ 48 ທິມ​ກິ​ລາ​ແຫ່​ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຂີດ​ໝາຍ​ຍ້ອນ​ວິ​ທີ​ທີ່ ເມັກ​ຊີ​ໂກ ເລືອກ​ເອົາການເລົ່າ​ເລື່ອງ​ລາ​ວ​ຂອງ​ປະ​ເທດ​ຕົນ​ຜ່ານ​ດົນ​ຕີ, ສິ​ລະ​ປະ ແລະ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ໃນ​ການ​ສະ​ແດງ​ດົນ​ຕີ, ແສງສີ ແລະ ຄວາມ​ຕື້​ນ​ຕັນ​ໃຈ​ອີກ​ດ້ວຍ. ໜຶ່ງ​ໃນ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ພິ​ທີ​ໄຂ​ປີນີ້​ແມ່ນ​ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ຜູ້​ຊົມຢູ່ສະ​ໜາມ​​ໃນຫຼາຍ​ສ່ວນຂອງລາຍການ​ສະ​ແດງ.

ພາຍ​ຫຼັງ​ພິ​ທີ​ໄຂ​ຢູ່ Mexico City, ບັນ​ດາ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ຂອງ World Cup 2026 ຈະ​ຈັດ​ຂຶ້​ນ​ຢູ່ Toronto (ກາ​ນາ​ດາ) ແລະ Los Angeles (ອາ​ເມ​ລິ​ກາ) ໃນ​ວັນ​ທີ 12 ມິ​ຖ​ຸ​ນາ (ຕາມ​ເວ​ລາ​ທ້ອງ​ຖິ່ນ). ງານ​ແຂ່ງ​ຂັນ​ຈະ​ແກ່​ຍາວ​ເປັນ​ເວ​ລາກວ່າ 1 ເດືອນ ກ່ອນ​ທີ່​ຈະ​ຈັດ​ນັດ​ແຂ່ງ​ຂັນຮອບຊິງ​ຊະ​ນະ​ເລີດຢູ່ New York - New Jersey ໃນ​ວັນ​ທີ 19 ກໍ​ລະ​ກົດ.

ນັດ​ແຂ່ງ​ຂັນ​ທຳ​ອິດຂອງ World Cup 2026 ​ແມ່ນ​ທິມ ເມັກ​ຊີ​ໂກ - ອາ​ຟະ​ລິ​ກາ​ໃຕ້, ໂດຍ ​ເມັກ​ຊີ​ໂກ ຊະນະ 2 ປະ​ຕູຕໍ່ 0 ຢູ່​ສະ​ໜາມ​ກິ​ລາ Azteca, ໃນ​ນັດ​ແຂ່ງ​ຂັນ​ສາຍ A ຈັດ​ຂຶ້​ນ​ພາຍ​ຫຼັງ​ພິ​ທີ​ໄຂ. ນັກ​ກິ​ລາ Julian Quinones ແລະ Jimenez ແມ່ນ​ຜູ້​​ຍິງ​ເຂົ້າ​ປະ​ຕູ.

ພາຍ​ຫຼັງ​ນັດ​ແຂ່ງ​ຂັນ​ນີ້, ໃນ​ວັນ​ດຽວ​ກັນ, ນັດ​ແຂ່ງ​ຂັນ​ທີ 2 ຂອງ World Cup ກໍ່ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ Estadio Guadalajara ຢູ່ Zapopan (​ເມັກ​ຊີ​ໂກ), ລະ​ຫວ່າງທິມ ສ.ເກົາ​ຫຼີ ແລະ ສ.ເຊັກ​ໂກ. ຜົນ​ຂອງ​ນັດ​ແຂ່ງ​ຂັນ​ແມ່ນ ສ.ເກົາ​ຫ​ຼີ ​ຊະ​ນະ 2 ປະ​ຕູຕໍ່ 1.


top