ຂ່າວສານ

ພິທີໄຂສັບປະດາ Amazing Binh Dinh Fest 2024

ຕອນບ່າຍວັນທີ 22 ມີນາ, ຢູ່ອ່າວ ທິນ້າຍ, ເມືອງ ກຸຍເຍິນ, ຄະນະກຳມະການ ປະຊາຊົນແຂວງ ບິ່ງດິ້ງ ໄດ້ຈັດຕັ້ງພິທີໄຂສັບປະດາ ກິລາ, ວັດທະນະທໍາ ແລະທ່ອງທ່ຽວແຂວ ງບິ່ງດິ້ງ 2024 (Amazing Binh Dinh Fest 2024).
ການສະແດງສິລະປະໃນພິທີ. ພາບ: ສີຖັ໋ງ/VNA

ໃນ​ພິທີ, ຜູ້​ຊົມ​ນັບ​ພັນ​ຄົນ​ໄດ້​ຊົມ​ການ​ສະ​ແດງ​ດົນຕີ​ຄື: ​​“ຫົວ​ໃຈ​ກິລາ”-ແຕ່ງໂດຍນັກດົນຕີ ຢຸຍຫາຍ, ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ ຕື້ລອງ, ຈຸງຫຽວ, ຫວຽດດົງ ​ແລະ ຄະນະ​ຟ້ອນ ໂລກຫວຽດ; ລາຍການ​ສະ​ແດງ​ “ຫົວ​ໃຈ​ ຫວຽດນາມ” ແຕ່ງໂດຍ​ນັກ​ດົນ​ຕີ ເຟືອງ​ວຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກອງ​ຟ້ອນ S.T.S Dance.

ພິ​ເສດ, ຜູ້​ຊົມ​ຍັງ​ໄດ້​ຊົມ​ການ​ສະ​ແດງ​ສິ​ລະ​ປະ “Amazing Binh Dinh”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປິນ​ແຖວ​ໜ້າ​ຄື: ມາຍວັນເຮືອງ, ຮ່ວາ Minzy, JustaTee ແລະ ວົງດົນຕີ Fband. ​ໃນພິທີ​ໄດ້​ນຳ​ເອົາ​ບັນດາ​ລາຍການ​ສະ​ແດງ​ທີ່​ປະ​ທັບ​ໃຈ ​ແລະ ມີ​ຊີວິດ​ຊີວາ ດ້ວຍ​ທຳນອງ​ເພງ​ທີ່​ທັນ​ສະ​ໄໝ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ຊາວ​ໜຸ່ມ ບິ່ງ​ດິ້ງ. 

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບິ່ງດິ້ງ ຟ້າ​ມ​ແອັງ​ຕວ໋ນ ​ໃຫ້​ຮູ້​ວ່າ: ສັບປະດາ Amazing Binh Dinh Fest 2024 ​ເລີ່​ມ​ແຕ່​ວັນ​ທີ 22/3 31/3/2024 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ ​ແລະ ຫຼາກ​ຫຼາຍ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ແລກປ່ຽນ, ​ເຊື່ອມ​ໂຍງ​ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງດິ້ງ. ດ້ວຍ​ບັນດາ​ລາຍການ​ຕົ້ນຕໍ​ດ້ວຍ​ຫົວ​ຂໍ້ “​ສິ່ງຍອດຢ້ຽມຂອງ​ດິນ​ແດນມວຍ”; Amazing Binh Dinh Fest 2024 ຍັງ​ແມ່ນ​ການ​ເຄື່ອນ​ໄຫວ​ໄປ​ພ້ອມ​ກັບ​ການ​ແຂ່ງ​ຂັນ ເຮືອ​ຈັກ​ສາ​ກົນ Grand Prix of Binh Dinh 2024; ​ແນໃສ່ໂຄສະນາ​ພາບ​ພົດ​ວັດທະນະທຳ, ທ່ອງ​ທ່ຽວ ​ແລະ ກິລາ​ຂອງ​ຜືນ​ແຜ່ນດິນ ​ແລະ ປະຊາຊົນ​ແຂວງ ບິ່ງ​ດິ້ງ.

ຫວ່າງ​ມໍ່ໆ​ມາ​ນີ້, ຂະ​ແໜງ​ທ່ອງ​ທ່ຽວ​ ບິ່ງ​ດິ້ງ​ ໄດ້​ຮັບ​ການ​ພັດທະນາ​ໃໝ່, ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 5 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 21,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2022; ລາຍຮັບການທ່ອງທ່ຽວບັນລຸປະມານ 16.500 ຕື້ດົ່ງ, ເພີ່ມຂຶ້ນ 25%; ໝາກຜົນ​ດັ່ງກ່າວ​ໄດ້​ລື່ນ​ກາຍ​ລະດັບ​ການ​ທ່ອງ​ທ່ຽວ​ຂອງ​ແຂວງ ບິ່ງ​ດິ້ງ ກ່ອນ​ທີ່​ໂລກ​ລະບາດ​ໂຄ​ວິດ-19. ​ໃນ​ປີ 2024, ທ່ອງ​ທ່ຽວ ​ບິ່ງ​ດິ້ງ ສູ້​ຊົນ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ກວ່າ 5,5 ລ້ານ​ເທື່ອ​ຄົນ ​ແລະ ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ບັນລຸ 18.500 ຕື້​ດົ່ງ.


top