ຮີດຄອງປະເພນີການແຕ່ງດອງ ຂອງ ຊົນເຜົ່າ ໄຢ໋ ໄດ້ຮັບການສືບທອດກັນ ມາຜ່ານຫຼາຍຮຸ່ນຄົນ, ມີສີສັນທີີ່ໂດດເດັ່ນພິເສດ ກ່ຽວກັບການຟ້ອນລຳທຳເພງ. ງານແຕ່ງດອງ ຊົນເຜົ່າ ໄຢ໋ ແມ່ນຄືດັ່ງ ງານບຸນ ຂອງ ໝູ່ບ້ານ.
ຮີດຄອງປະເພນີການແຕ່ງດອງ ຂອງ ຊົນເຜົ່າ ໄຢ໋ ໄດ້ຮັບການສືບທອດກັນ ມາຜ່ານຫຼາຍຮຸ່ນຄົນ, ມີສີສັນທີີ່ໂດດເດັ່ນພິເສດ ກ່ຽວກັບການຟ້ອນລຳທຳເພງ. ງານແຕ່ງດອງ ຊົນເຜົ່າ ໄຢ໋ ແມ່ນຄືດັ່ງ ງານບຸນ ຂອງ ໝູ່ບ້ານ.
ຊົນເຜົ່າ ໄຢ໋ ຖືສໍາຄັນທີສຸດ ຕໍ່ການແຕ່ງດອງ ແລະ ການສືບເຊື້ອຕະກຸນ.
ກ່ອນວັນແຫ່ໄພ້້, ສອງຄອບຄົວໄດ້ທໍາພິທີຕ່າງໆ ເຊັ່ນ: ພິທີແຫ່ຂັນ ໝາກໄປສູ່ຂໍ, ພິທີປຽບທຽມອາຍຸ ແລະ ພິທີໝັ້ນ. ໃນມື້ແຕ່ງດອງ, ຂະບວນຝ່າຍ ເຈົ້າບ່າວ ຈະໄປເຮືອນ ເຈົ້າສາວ ເພື່ອທຳພິທີແຫ່ໄພ້.
ກ່ອນອອກເດີນທາງ, ເຈົ້າບ່າວ ຈະສວມໃສ່ຊຸດອາພອນພື້ນເມືອງ, ບ່ຽງຜ້າ ສີແດງ ສອງສາຍທີ່ພົ້ນເດັ່ນສະຫຼຽງກັນ, ໃສ່ໝວກສີດຳ ແລະ ກັ້ງ ຄັນຮົ່ມສີດຳ ເພື່ອສ້າງຄວາມສວຍງາມຢ່າງຊົງກຽດ. ຈຸດເດັ່ນ ຂອງ ເຄື່ອງແຕ່ງກາຍ ແມ່ນ ຜ້າສີບົວ ທີ່ເຈົ້າບ່າວຖື ຢູ່ໃນມື. ນີ້ແມ່ນສັນຍາລັກ ຂອງຄວາມໂຊກດີ ແລະ ຄວາມສຸກ ທີ່ແມ່ຍິງໃນຄອບຄົວມອບໃຫ້ ເຈົ້າບ່າວ. ບັນດາແມ່ສື່ ແລະ ຍາດຕິພີ່ນ້ອງ ຂອງເຈົ້າບ່າວ ຕ່າງກໍເລືອກຊຸດອາພອນ ພື້ນເມືອງ ສວຍງາມທີ່ສຸດ ສຳລັບວັນເຫດ ການສຳຄັນນີ້.
ເຈົ້າບ່າວສາມາດ ເຂົ້າໄປໃນເຮືອນ ຂອງເຈົ້າສາວໄດ້ ເມື່ອຜ້າ ສີແດງຖືກວາງລົງ.
ເມື່ອເຖິງເລີກງາມຍາມດີ, ຂະບວນຕ້ອນຮັບໄພ້ ເລີ່ມອອກຈາກເຮືອນເຈົ້າບ່າວ ແລະ ນຳເຄື່ອງສິນສອດ ໄປຍັງເຮືອນເຈົ້າສາວ. ກຸ່ມ ທໍາອິດແມ່ນວົງແກທອງ. ວົງແກທອງ ລວມມີ 5 ຄົນ, ໃນນັ້ນມີ ເປົ່າແກທອງ 2 ຄົນ, ຕົບ ແສ່ງ 1 ຄົນ, ຕີກອງ 1 ຄົນ, ສັ່ນກະດິງ 1 ຄົນ. ຂະບວນແຫ່ ໄດ້ເດີນໄປທ່າມກາງສຽງເພງ ອັນເບີກບານມ່ວນຊື່ນ.
ມາຮອດປະຕູເຂົ້າເຮືອນເຈົ້າສາວ, ຂະບວນແຫ່ ຈະຢຸດຢູ່ຕໍ່ໜ້າ ຂອງ ຜ້າສີແດງ ທີ່ມັດຜ່ານປະຕູໂຂງ. ບັນດາແມ່ສື່ ຝ່າຍເຈົ້າສາວ ໄດ້ລໍຖ້າ ຢູ່ຕໍ່ໜ້າໂຕະ ທີ່ມີຖ້ວຍນໍ້າສີບົວ ແລະ ຈອກເຫຼົ້າ. ດົນຕີຈະຢຸດເສບຊົ່ວ ຄາວ ເພື່ອໃຫ້ເວລາ ການຂັບລຳພື້ນເມືອງ ຕອບໂຕ້ກັນ. ແມ່ສື່ສອງຝ່າຍຈະຂັບຕອບໂຕ້ກັນ. ບາງຄັ້ງ ເຂົາເຈົ້າກໍຈະ ຊິດນ້ຳອວຍພອນໃຫ້ທຸກຄົນ. ການຂັບຕອບໂຕ້ກັນ ຈະໃຊ້ເວລາ ບໍ່ເທົ່າໃດນາທີ ຈົນຄອບ ຄົວ ເຈົ້າສາວພໍໃຈ ແລະ ແກ້ຜ້າສີແດງອອກ, ສິ້ນສຸດພິທີ ເປີດປະຕູຮົ້ວ. ເຂົາເຈົ້າພ້ອມກັນຍົກຈອກເຫຼົ້າຂຶ້ນ ເພື່ອອວຍພອນ ຊຶ່ງກັນ ແລະ ກັນ, ຈາກນັ້ນກໍມອບຊອງຈົດໝາຍ ພ້ອມ ກັບເຄື່ອງສິນສອດແລ້ວ ຂໍອະນຸຍາດ ເຂົ້າເຮືອນເຈົ້າສາວ.
ຫຼັງຈາກການທຳພິທີ ຂໍອະນຸຍາດໃຫ້ເຈົ້າສາວ ເມືອເຮືອນຜົວ ສິ້ນສຸດລົງ, ຄູ່ຜົວເມຍ ອອກເດີນທາງກັບບ້ານຜົວ ທ່າມກາງສຽງດົນຕີທີ່ເບີກບານມ່ວນຊື່ນ.
ພາຍໃນເຮືອນເຈົ້າສາວ, ເຈົ້າສາວໃສ່ຊຸດເສື້ອຜ້າພື້ນເມືອງ, ໃສ່ຜ້າພັນຫົວຮູບສີ່ຫຼ່ຽມຫຼາຍສີ, ພາຍນອກແມ່ນຜ້າສີແດງ ແຜ່ນໜຶ່ງປົກໃສ່ຫົວ ບັງໜ້າ ຢູ່ໃນເວລາລໍຖ້າ. ເມື່ອເຂົ້າມາ, ຄອບຄົວເຈົ້າບ່າວຈະຈູດທູບທຽນ, ທຳພິທີບູຊາ ຕາມຮີດຄອງປະເພນີ ເພື່ອຂໍອານຸຍາດ ໄດ້ແຫ່ໄພ້ ເມືອເຮືອນຜົວ.
ຫຼັງຈາກພິທີ, ຄອບຄົວເຈົ້າສາວ ຈະຈັດງານລ້ຽງ. ທຸກຄົນ ອວຍພອນເຈົ້າສາວ ແລະ ເຈົ້າບ່າວ ດ້ວຍບັນດາຈອກເຫຼົ້າສາລີ ທີ່ອົບອຸ່ນ. ໂດຍສະເພາະ, ເຂົາເຈົ້າຈະຂັບອວຍພອນ ໂດຍຜ່ານ ບັນດາບົດຂັບຕອບໂຕ້ກັນ ທີ່ມີເນື້ອໃນ ຕັກເຕືອນ ຄູ່ຜົວເມຍ ກ່ຽວກັບຄວາມໝາຍ ຂອງຄອບຄົວ ແລະ ວິທີການປະພຶດຕົວ ໃນການໃຊ້ຊີວິດຢູ່ຮ່ວມກັນ. ຫຼັງຈາກງານລ້ຽງສິ້ນສຸດລົງ, ເຈົ້າບ່າວ ພ້ອມກັບເຈົ້າສາວ ຈະຢືນຢູ່ຕໍ່ໜ້າແທ່ນບູຊາ ເພື່ອກົ້ມກາບ ຕໍ່ ບັນພະບຸລຸດ ແລະ ຂໍອະນຸຍາດໄດ້ກັບເມືອ.
ຂະບວນແຫ່ໄພ້ກັບເມືອເຮືອນຜົວ ໄດ້ດຳເນີນໄປ ທ່າມກາງບັນຍາກາດ ທີ່ເບີກບານມ່ວນຊື່ນ. ຄູ່ຜົວເມຍໜຸ່ມ ແລະ ທຸກຄົນຍ່າງໄປຕາມຈັງຫວະສຽງດົນຕີ ປະສານເຂົ້າກັນດັງກ້ອງກັງວານ. ບັນດາທຳນອງດົນຕີເບິ່ງຄືວ່າ ບັນຈຸຄວາມມ່ວນຊື່ນ, ຜາສຸກ ຊຶ່ງ ກະຈາຍໄປທົ່ວພື້ນທີ່, ເຮັດໃຫ້ຫົວໃຈຂອງທຸກຄົນ ມີຄວາມຕື່ນເຕັ້ນ. ບົນເສັ້ນທາງໄປ, ບາງຄັ້ງການຂັບຕອບໂຕ້ກັນ ກໍດັງຂຶ້ນເປັນໄລຍະໆ. ບັນດາທໍານອງ ເນື້ອຂັບທີ່ຈິງໃຈ ແລະ ຕະຫຼົກເຮຮາ ເໝືອນດັ່ງຄຳໃຫ້ພອນແລະ ແນະ ນຳຕັກເຕືອນ ທີ່ສະຫງວນໃຫ້ແກ່ ຄູ່ ຜົວແກ້ວເມຍທິບ. ພິທີແຫ່ໄພ້ ໄດ້ດຳເນີນໄປ ທ່າມກາງບັນຍາກາດ ທີ່ຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ, ສະໜິດສະໜົມ, ເປັນພິທີແຫ່ໄພ້ ຂອງ ຊາວເຜົ່າ ໄຢ໋ ທ່ີມີສີ ສັນພິເສດ, ສວຍງາມ ແລະ ໜ້າຈົດຈຳ.
- ບົດ ແລະ ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ