ຂ່າວສານ

ພິທີເປີດອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Pursat

ວັນທີ 10 ມິຖຸນາ, ຢູ່ແຂວງ Pursat, ກຳປູເຈຍ ໄດ້ຈັດພິທີເປີດອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ. ນີ້ແມ່ນອະນຸສາວະລີແຫ່ງທີ 19 ທີ່ໄດ້ເປີດສະຫຼອງຢູ່ປະເທດ ກຳປູເຈຍ.
  (ທ່ານພົນໂທ ຫງວຽນວັນເກົ໊າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)  

ທ່ານ​ພົນ​ໂທ ຫງວຽນ​ວັນ​ເກົ໊າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາ​ມ ແລະ ທ່ານ​ນາງ Men Sam An, ຮອງ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​​ທານ​ສະ​ພາ​ແຫ່ງ​ຊາດ​ແນວ​ໂຮມ​ສາ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ ກຳ​ປູ​ເຈຍ ເປັນ​ປະ​ທານ​ຮ່ວມ​ພິ​ທີ​ເປີດ. ເຂົ້າ​ຮ່ວມ​ພິ​ທີ​ຍັງ​ມີ​ບັນ​ດາ​ນາຍ​ພົນ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ, ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ແມ່ນ​ພະ​ນ​ັກ​ງານ, ກຳ​ລັງ​ປະ​ກອ​ບ​ອາ​ວຸດ, ນັກ​ຮຽນ, ນັກ​ສຶກ​ສາ, ຊາວ​ທ້ອງ​ຖິ່ນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ, ທ່ານພົນ​ໂທ ຫງວຽນ​ວັນ​ເກົ໊າ ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ອະ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແຫ່ງນີ້​​ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ແດງ​ເພື່ອ​ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ​ພິ​ເສດ​ລ​ະ​ຫວ່າງ 2 ຊາດ; ແມ່ນ​ແຫ່ງ​ເພື່ອ​ໃຫ້​ລຸ້ນ​ໜຸ່ມ ຫວຽດ​ນາມ - ກຳ​ປູ​ເຈຍ ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ, ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ, ເອ​ກະ​ລາດ, ເສ​ລີ​ພາບ ແລະ ການ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ລະ​ຫວ່າງ 2 ຊາດ ຫວຽດ​ນາມ - ກຳ​ປູ​ເຈຍ”.

ສ່ວນ​ທ່ານ​ນາງ Men Sam An, ຢືນ​ຢັນ​ວ່າ ອະ​ນຸ​ສາ​ວະ​ລີ ຫວຽດ​ນາມ - ກຳ​ປູ​ເຈຍ ຢູ່​ແຂວງ Pursat ແມ່​ນ​ສິ່ງ​ພິ​ສູດ​ໃຫ້​ເຫັນ​ຄວາມ​ຮູ້ບ​ຸນ​ຄຸນ ແລະ ອາ​ໄລ​ຫາ​ຕໍ່​ບັນ​ດາ​ການ​ເສຍ​ສະ​ຫຼະ​ຊີ​ວິດ​ຂອງ​ຫຼາຍ​ລຸ້ນ​ຄົນ​ເພື່ອ​ປົດ​ປ່ອຍ​ຊາດ​ຂອງ​ທັງ 2 ປະ​ເທດ.


top