ຂ່າວສານ

ພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ບໍລິການ Becamex VSIP ບິ່ງດິງ

ບໍລິສັດໃຫຍ່ Becamex IDC ແລະ VSIP Group. ແຜນກຳນົດສັງລວມມີເນື້ອທີເກືອບ 1.400 ເຮັກຕາ, ຂຶ້ນກັບເຂດເສດຖະກິດ ເຍີນໂຮ້ຍ.
ພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ການບໍລິການ Becamex VSIP ບິ່ງດິງ

ຕອນເຊົ້າວັນທີ 4 ມີນາ, ຢູ່ຕາແສງ ກາມວິງ, ເມືອງ ເວີນແກງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໄລຍະ I, ເຂດອຸດສາຫະກຳ, ຕົວເມືອງ ແລະ ການບໍລິການ Becamex VSIP ບິ່ງດິງ. ໂຄງການເຂດອຸດສາຫະກຳ, ຕົວເມືອງ ແລະ ການບໍລິການ Becamex VSIP ບິ່ງດິງ - ເຊິ່ງແມ່ນການຮ່ວມມືລະຫວ່າງ 2 ບໍລິສັດພັດທະນາອະສັງຫະລິມະຊັບອຸດສາຫະກຳແຖວໜ້າຂອງ ຫວຽດນາມ ຄື: ບໍລິສັດໃຫຍ່ Becamex IDC ແລະ VSIP Group. ແຜນກຳນົດສັງລວມມີເນື້ອທີເກືອບ 1.400 ເຮັກຕາ, ຂຶ້ນກັບເຂດເສດຖະກິດ ເຍີນໂຮ້ຍ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ: ເຂດເສດຖະກິດ ເຍີນໂຮ້ຍ ແມ່ນເຂດເສດຖະກິດຫຼາຍຂະແໜງ, ຫຼາຍຂົງເຂດ, ດ້ວຍຈຸດສຸມການພັດທະນາ ແມ່ນການທ່ອງທ່ຽວ, ການບໍລິການ, ຕົວເມືອງ, ເຂດອຸດສາຫະກຳ, ທ່າກ່ຳປັ່ນ, ພະລັງງານທົດແທນ ແລະ ສິນໃນນ້ຳ. ນີ້ແມ່ນຮູບແບບໃໝ່, ຮຽກຮ້ອງຕ້ອງມີການສຳຜັດເປັນແບບເປັນແຜນ ແລະ ດ້ວຍຈິນຕະນາການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ:    

“ກ່ຽວກັບການພັດທະນາອຸດສາຫະກຳ, Becamex ແລະ VSIP Group ຕ້ອງນຳໜ້າໃນບັນຫາຫັນປ່ຽນນີ້ ແລະ ຕ້ອງສ້າງມາດຖານສະເພາະຂອງຕົນ, ມາດຖານໃໝ່ເພື່ອອີງໃສ່ນັ້ນເພື່ອເລືອກເຟັ້ນເຕັກໂນໂລຊີສີຂຽວ, ອຸດສາຫະກຳສະອາດ, ເຂດອຸດສາຫະກຳຊີວະພາບອັດສະລິຍະ. ເຂດອຸດສາຫະກຳຕ້ອງແມ່ນບ່ອນຄົ້ນຄ້ວາການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຊີນະວັດຕະກຳ”.


top