ຂ່າວສານ ພິທີຮັບຮອງການສົ່ງອອກນຳເຂົ້າສິນຄ້າລື່ນກາຍຕົວເລກ 500 ຕື້ USD 01/01/2020 ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD. (ພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD) ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ໜ້າຊຶນຊົມ, ຍ້ອນຫວຽດນາມ ຈາກປະເທດຂາດເຂີນອາຫານການກິນ, ເກື້ອກູນ, ກາຍເປັນປະເທດສົ່ງອອກທີ່ໃຫຍ່ລະດັບໂລກ ແລະ ພາກພື້ນ, ຢືນອັນດັບທີ 22 ໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຍູ້ແຮງການປຸງແຕ່ງຕາມທິດລວງເລິກ, ຍູ້ແຮງການພັດທະນາອຸດສາຫະກຳສຳຮອງຮັບໃຊ້ໃຫ້ແກ່ການຜະລິດສິນຄ້າສົ່ງອອກ. ພ້ອມກັນນັ້ນແມ່ນຍູ້ແຮງການສົ່ງອອກຢູ່ກັບທີ່ ໂດຍຜ່ານການເຄື່ອນໄຫວການບໍລິການທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ບັນດາອົງການທີ່ມີໜ້າທີ່ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສົ່ງອອກ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD. (ພິທີຮັບຮອງການສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸຕົວເລກ 500 ຕື້ USD) ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ນີ້ແມ່ນເຫດການທີ່ໜ້າຊຶນຊົມ, ຍ້ອນຫວຽດນາມ ຈາກປະເທດຂາດເຂີນອາຫານການກິນ, ເກື້ອກູນ, ກາຍເປັນປະເທດສົ່ງອອກທີ່ໃຫຍ່ລະດັບໂລກ ແລະ ພາກພື້ນ, ຢືນອັນດັບທີ 22 ໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ບັນດາກະຊວງ, ຂະແໜງການຍູ້ແຮງການປຸງແຕ່ງຕາມທິດລວງເລິກ, ຍູ້ແຮງການພັດທະນາອຸດສາຫະກຳສຳຮອງຮັບໃຊ້ໃຫ້ແກ່ການຜະລິດສິນຄ້າສົ່ງອອກ. ພ້ອມກັນນັ້ນແມ່ນຍູ້ແຮງການສົ່ງອອກຢູ່ກັບທີ່ ໂດຍຜ່ານການເຄື່ອນໄຫວການບໍລິການທ່ອງທ່ຽວ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ບັນດາອົງການທີ່ມີໜ້າທີ່ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການສົ່ງອອກ. (ແຫຼ່ງຄັດຈາກ VOV)