ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ວຽກງານເສນາທິການຕຳຫຼວດປະຊາຊົນ ຕ້ອງແມ່ນພື້ນຖານເພື່ອຊຸກຍູ້ການປະຕິບັດບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບຄວາມໝັ້ນຄົງ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ)
ຕອນເຊົ້າວັນທີ 11 ເມສາ, ຢູ່ ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງເສນາທິການຕຳຫຼວດປະຊາຊົນ (18 ເມສາ 1946 – 18 ເມສາ 2026) ແລະ ປະດັບນາມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ຫ້ອງວ່າການກະຊວງຕຳຫຼວດ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ພິທີ.
ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕາງໜ້າໃຫ້ການນຳພັກ, ລັດ ປະດັບນາມມະຍົດ “ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ” ທີ່ມອບໃຫ້ຫ້ອງວ່າການກະຊວງຕຳຫຼວດ - ອົງການເສນາທິການສູງສຸດຂອງກຳລັງຕຳຫຼວດປະຊາຊົນ.
ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ວຽກງານເສນາທິການຕຳຫຼວດປະຊາຊົນ ຕ້ອງແມ່ນພື້ນຖານເພື່ອຊຸກຍູ້ການປະຕິບັດບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບຄວາມໝັ້ນຄົງ, ການປົກປ້ອງຄວາມໝັ້ນຄົງແຫ່ງຊາດ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກໄດ້ກຳນົດໄວ້ແລ້ວນັ້ນ ຢ່າງມີໄຊ.
“ຍິ່ງກວ່າໃດໝົດ, ກຳລັງເສນາທິການຕຳຫຼວດປະຊາຊົນຕ້ອງແມ່ນກຳລັງແບບຢ່າງນຳໜ້າ ແລະ ແຜ່ກະຈາຍຢ່າງແຮງ, ຊຸກຍູ້ກຳລັງຕຳຫຼວດນຳໜ້າໃນການປະຕິບັດຈິດໃຈການກະທຳ, ລະບຽບວິໄນ, ເຮັດວຽກງານຢ່າງເຖິງຖອງ, ສູ້ຊົນສ້າງບັນດາຂີດໝາຍ, ຜົນງານໃໝ່ເພື່ອພັກ, ເພື່ອປະຊາຊົນ”.