ຂ່າວສານ

ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ

2 ຝ່າຍໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃຫ້ເລິກເຊິ່ງຂຶ້ນຕື່ມ, ນຳການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່.
(ຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ)

ຕອນຄ່ຳວັນທີ 27 ກຸມພາ, ຢູ່ນະຄອນຫຼວງ ມົດສະກູ, ສະຖານທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ດັ້ງມິງຄອຍ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຈົດຈຳການໜູນຊ່ວຍຢ່າງຈິງໃຈ ແລະ ລ້ຳຄ່າທີ່ ໂຊວຽດ ໃນເມື່ອກ່ອນ (ປະຈຸບັນແມ່ນສະຫະພັນ ລັດເຊຍ) ໄດ້ສະຫງວຽນໃຫ້ແກ່ ຫວຽດນາມ ໃນໄລຍະຫຍຸ້ງຍາກທີ່ສຸດໃນອະດີດ, ກໍ່ຄືໃນໄລຍະພັດທະນາປະຈຸບັນ. 2 ຝ່າຍໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃຫ້ເລິກເຊິ່ງຂຶ້ນຕື່ມ, ນຳການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານເຊື່ອໝັ້ນວ່າ, ດ້ວຍຄວາມສາມາດບົ່ມຊ້ອນຂອງການຮ່ວມມືຢ່າງໃຫຍ່ຫຼວງ, 2 ປະເທດຈະສາມາດບັນລຸໄດ້ບັນດາຜົນງານຢ່າງໃຫຍ່ຫຼວງກວ່າເກົ່າໃນໄລຍະພັດທະນາໃໝ່ຂອງການພົວພັນ ຫວຽດນາມ - ລັດເຊຍ.

ສ່ວນທ່ານ Mikhail Efimovich Shvydkoy, ຜູ້ຕາງໜ້າພິເສດຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ ກ່ຽວກັບການຮ່ວມມືດ້ານວັດທະນະທຳສາກົນ, ໄດ້ຖືກເອົາວັນທີ 27 ກຸມພາ, ທີ່ 2 ປະເທດຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດແມ່ນວັນບຸນຂອງນ້ຳໃຈມິດຕະພາບໝັ້ນຄົງໜັກແໜ້ນລະຫວ່າງ 2 ຊາດ.


top