ຂ່າວສານ

ພິທີວາງພວງມາລາໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 731 ອັດຖິທີ່ຄົ້ນຫາ, ທ້ອນໂຮມໄດ້ຢູ່ສວນສາທາະລະນະ ເລທິຣຽງ

ຕອນ​ເຊົ້າ​ວັນ​ທີ 14 ຕຸ​ລາ​, ຄະ​ນະ​ພັກ​​, ສະ​ພາ​ປະ​ຊາ​ຊົນ​, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​, ຄະ​ນະ​ກຳ​ມະ​ການແນວ​ໂຮມ​ປະ​ເທດ​ຊາດ ນະ​ຄອນ ໂຮ່​ຈີ​ມິນ​, ຄະນະພັກ - ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 7 ໄດ້​ຈັດ​ພິ​ທີ​ວາງ​ພວງ​ມາ​ລາ​ໄຫວ້​ອາ​ໄລ​, ປົງ​ອັດ​ຖິ​ທະ​ຫານ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ 731 ອັດຖິທີ່​ໄດ້​ຄົ້ນ​ຫາ​, ທ້ອນ​ໂຮມ​ໄດ້​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຮຽງ ຢ່າງ​ສົມ​ກຽດ​. ທ່ານ ເລ​ມິງ​ຮືງ ນາຍ​ົົ​ກລັດ​ຖະ​ມົນ​ຕີ ຫວຽດ​ນາມ ພ້ອມ​ກັບ​ການ​ນຳ​, ອະ​ດິດ​ການ​ນຳ​ພັກ​, ລັດ​ ຫຼາຍ​ທ່ານ​ເຂົ້າ​ຮ່ວມ​ພິ​ທີ​.

ພິ​ທີ​ວາງ​ພວງ​ມາ​ລາ​ໄຫວ້​ອາ​ໄລ​, ປົງ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ 731 ອັດ​ຖິແມ່ນ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຂອງ​ພັກ​, ລັດ​, ກອງ​ທັບ ແລະ ປະ​ຊາ​ຊົນ​ທີ່​ມີ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ​, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​.

​ທີ່​ພິ​ທີ​ໄຫວ້​ອາ​ໄລ​, ຄະ​ນະ​ຜູ້​ແທນ​ການ​ນຳ​ພັກ​, ລັດ​, ຄະ​ນະ​ຊີ້​ນຳ 515 ແຫ່ງ​ຊາດ ​ນຳ​ໂດຍ ທ່ານ ເລ​ມິງ​ຮືງ ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຫົວ​ໜ້າ​ຄະ​ນະ​ ໄດ້​ວາງ​ພວງ​ມາ​ລາ ຖະ​ຫວາຍ​ທູບ​ທຽນ​.

  ປະ​ຊາ​ຊົນ​ນັບ​ພັນໆ​ຄົນ​ໄດ້​ຢືນ​ຢູ່​ລຽບ​ຕາມ​ຖະ​ໜົນທີ່​ຂະ​ບວນ​ລົດ​ໄປ​ຜ່ານ​, ມື​ຈັບ​ດອກ​ໄມ້​ສີ​ຂາວ ເພື່ອ​ສົ່ງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ (ພາບ: VNA)  

​ເມື່ອ​ອ່ານ​ບົດກ່າວ​ໄວ້​ອາ​ໄລ​, ທ່ານ ຫງວຽນ​ແມ້ງ​ເກື່ອງ​, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມິນ​, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ຄົ້ນ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ອັດ​ຖິ​ນັກຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​:

“​ຕາມ​ຄຳ​ຮຽກເອີ້ນ​ຂອງ​ພັກ​, ຂອງ​ປະ​ເທດ​ຊາດ​, ພວກ​ອ້າຍ​ເອື້ອຍ ໄດ້​ພ້ອມ​ກັບ​ຊາວ​ໜຸ່ມ​ນັບ​ລ້ານ​ຄົນ ເຂົ້າ​ຮ່ວມ​ສົງ​ຄາມ​ທີ່​ດຸ​ເດືອດ​, “ຍອມສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດຕ້ອງຢູ່ລອດ​”, ພ້ອມ​ກັບ​ທົ່ວ​ພັກ​, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ ດຳ​ເນີນ​ການ​ສູ້​ຮົບ​ຢ່າງຍາວ​ນານ ຈຶ່ງ​ບັນ​ລຸ​ໄດ້​ໄຊ​ຊະ​ນະ​ສຸດ​ທ້າຍ​. ການ​ເສຍ​ສະ​ຫຼະ​ຊີ​ວິດ​ຂອງ​ພວກ​ອ້າຍ​, ເອື້ອຍ ແມ່ນ​​ລຳ​້​ຄ່າ​ທີ່​ສຸດ​, ຜົນ​ງານ​ຂອງ​ພວກ​ອ້າຍ​, ເອື້ອຍ​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ​.​ໄຊ​ຊະ​ນະ​ອັນຍິ່ງ​ໃຫຍ່ມາ​ຈາກ​ການ​ເສຍ​ສະ​ຫຼະອັນຍິ່ງໃຫຍ່​​”.

​ທີ່​ພິ​ທີ​ໄຫວ້​ອາ​ໄລ​, ບັນ​ດາ​ຜູ້​ແທນ​ໄດ້​ກົ້ມ​ຫົວ​ໜຶ່ງ​ນາ​ທີ​ຕໍ່​ດວງ​ວິນ​ຍານ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​.

ພາຍ​ຫຼັງ​ພິ​ທີ​ໄຫວ້​ອາ​ໄລ​, 731 ອັດຖິ​ໄດ້ນຳໄປ​ຝັງ​ຢູ່​ສຸ​ສານ​ນັກຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ນະ​ຄອນ ໂຮ່​ຈີ​ມິນ​. ປະ​ຊາ​ຊົນ​ນັບ​ພັນໆ​ຄົນ​ໄດ້​ຢືນ​ຢູ່​ລຽບ​ຕາມ​ຖະ​ໜົນທີ່​ຂະ​ບວນ​ລົດ​ໄປ​ຜ່ານ​, ມື​ຈັບ​ດອກ​ໄມ້​ສີ​ຂາວ ເພື່ອ​ສົ່ງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​.

​ກ່ອນ​ຈັດ​ພິ​ທີ​ໄຫວ້​ອາ​ໄລ​, ສົ່ງ​ອັດ​ຖິ​ນັກຮົບເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ 731 ອັດຖິ​​, ເວລາ 5 ໂມງ​ເຊົ້າ​ວັນ​ດຽວ​ກັນ​, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ປະ​ຕິ​ບັດ​ພິ​ທີ​ສວດ​ມົນ​ພາ​ວະ​ນາ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ​. ກ່ອນ​ໜ້າ​ນັ້ນ​, ຕອນຄ່ຳ​ວັນ​ທີ 13 ຕຸ​ລາ​, ຢູ່​ສວນ​ສາ​ທາ​ລະ​ນະ ວັດ​ທະ​ນະ​ທຳ ເລ​ທິ​ຣຽງ ໄດ້​ຈັດ​ລາຍ​ການ​ສິ​ລະ​ປະ​ພິ​ເສດ​ທີ່​ມີ​ຊື່​ວ່າ “ບົດ​ເພງ​ຕອບ​ບຸນ​ແທນ​ຄຸນ​”. ຜ່ານ​ລາຍ​ການ​ນີ້​ ກໍ່ໄດ້​ຕັກ​ເຕືອນ​ໃຫ້​ທຸກ​ຄົນທີ່ພວມ​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ ​ຈົ່ງສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ສາ​, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​.


top